ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບການນຳແຂວງບ່າເຣ້ຍ-ຫວູງເຕົ່າ

(VOVWORLD) -ຕອນບ່າຍວັນທີ 19 ກໍລະກົດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງເຮັດວຽກກັບຄະນະປະຈຳຄະນະພັກແຂວງ ບ່າເຣ້ຍຫວູງເຕົ່າ. 
ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບການນຳແຂວງບ່າເຣ້ຍ-ຫວູງເຕົ່າ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ວຽກກັບຄະນະປະຈຳຄະນະພັກແຂວງ ບ່າເຣ້ຍຫວູງເຕົ່າ

ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດເຈີນດ້າຍກວາງ ອວຍພອນບັນດາຜົນງານຊື່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງບ່າເຣ້ຍ- ຫວູງເຕົ່າ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ສະເຫນີ: ທາງແຂວງຄວນຜັນຂະຫຍາຍການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຊື່ງສູນກາງ, ສະພາແຫ່ງຊາດ, ລັດຖະບານ ແລະ ທ້ອງຖິ່ນວາງອອກຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ.

        “ແຂວງຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງແຄມທະເລເປັນຢ່າງດີ, ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນເພື່ອພັດທະນາເສດຖະກິດຢ່າງວ່ອງໄວ, ໝັ້ນຄົງ. ສຸມໃສ່ພັດທະນາລະບົບທ່າກຳປັ່ນ ກາຍແມບ -ທິຫວາຍ ໃຫ້ກາຍເປັນທ່າກຳປັ່ນທາງຜ່ານສາກົນ. ເພີ່ມທະວີການຮ່ວມສຳພັນກັບບັນດາແຂວງ, ນະຄອນ ໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ ທັງປະເທດເພື່ອພັດທະນາເສດຖະກິດ ສັງຄົມແຂວງ.”

ຕອບກັບ

ຂ່າວ/ບົດ​ອື່ນ