ທ່ານປະທານປະເທດເຈືອງເຕີ້ນຊາງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແຂວງ ດັກນົງ

ທ່ານປະທານປະເທດເຈືອງເຕີ້ນຊາງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແຂວງ ດັກນົງ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ປະດັບຫຼຽນໄຊເອກະລາດຊັ້ນ 2 ໃສ່ທຸງມູນເຊື້ອຂອງແຂວງດັກນົງ
(ພາບ: TTVNX)

(vovworld)- ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະເຫຼີ​ມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແຂວງ ດັກ​ນົງ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 31/12, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຖື​ວ່າ : ພ້ອມ​ກັບ​ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້, ​ແຂວງ​ດັກ​ນົງ ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ​ຄື ​ເສດຖະກິດ​ພັດທະນາ​ໄວ ​ແຕ່​ຍັງ​ບໍ່​ທັນ​ໝັ້ນຄົງ, ລະດັບ​ເຕັກ​ໂນ​ໂລ​ຢີການ​ຜະລິດ, ສະມັດ​ຕະພາບ​, ຄຸນ​ນະພາ​ບ, ປະສິດທິ​ຜົນ ຍັງ​ຕ່ຳ​ຢູ່, ​ໂຄງ​ປະກອບ​ເສດ​ດຖະກິດ​ຫັນ​ປ່ຽນ​ຢ່າງ​ຊັກ​ຊ້າ...ດັ່ງ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ສະ​ເໜີ ແຂວງ​ດັກ​ນົງ ຈົ່ງ​ຍູ້​ແຮງ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໂດຍ​ໄວ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ເນັ້ນ​ໜັກ​ວ່າ :

    “ ​ແຂວງ​ດັກ​ນົງ ຄວນ​ສ້າງ​ໂຄງ​ປະກອບການ​ຜະລິດ​ກະ​ສີ​ກຳຄືນ​ໃໝ່, ພັດທະນາຕາມ​ທິດ​ຜະລິດ​ເປັນ​ສິນຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີສູງ, ຫັນປ່ຽນ​ຜົນລະປູກ, ພັດທະນາ​ການ​ລ້ຽງ​ສັດ​ຕິດ​ພັນ​ກັບ​ອຸດສາ​ຫາ​ກຳ​ປຸ່ງ​ແຕ່ງ​, ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ປ່າ; ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທາງ​ແຂວງ​ຄວນ​ສຸມ​ໃສ່​ລົງທຶນ, ຍົກ​ລະດັບ​ພື້ນຖານ​ໂຄງລ່າງ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເພີ່ມ​ທະວີ​ການ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ.....” 

ຂ່າວ/ບົດ​ອື່ນ