ທ່ານປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະພາຕຳ່ອິນໂດເນເຊຍ

ທ່ານປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະພາຕຳ່ອິນໂດເນເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ
(ພາບປະກອບ)


(vovworld) -ຕອນ​ເຊົ້າ​ວັນ​ທີ 30/3, ຢູ່​ຮ່າ​ໂນ້ຍ, ​ເມື່ອ​ຕ້ອນຮັບທ່ານ ປະທານ​ສະພາ​ຕຳ່​ອິນ​ໂດ​ເນ​ເຊຍ Setya Novanto ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ IPU-132, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ສະ​ເໜີ​ສອງ​ຝ່າຍ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ​ເມື່ອ​ຕີ​ລາຄາ​ບົດບາດ​ຂອງ​ອິນ​ໂດ​ເນ​ເຊຍ​ ໃນ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ຫວັງ​ວ່າ ອິນ​ໂດ​ເນ​ເຊຍ​ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ທີ່​ຕັ້ງ​ຂອງ​ຕົນ, ມີ​ການ​ປະ​ກອບ​ສ່ວນ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ອາ​ຊຽນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ; ພ້ອມ​ທັງ​ຢືນຢັນ​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມກັບ​ອິນ​ໂດ​ເນ​ເຊຍ ຊຸກຍູ້​ການ​​ເຈລະຈາ​ຂີດ​ຂັ້ນ​ຊາຍ​ແດນ​ບົນ​ທະ​ເລ, ມີ​ສຽງ​ເວົ້າ​ລວມ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ຫ​ເຈືອງ​ເຕິ໋ນຊາງ ຫວັງ​ວ່າ​ສອງ​ອົງການ​ນິຕິບັນຍັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຈະ​ຍູ້​ແຮງ​ສາຍ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ສຳຄັນ​ກ້າວ​ໄປ​ເຖິງ​ຄາ​ດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ.

ຂ່າວ/ບົດ​ອື່ນ