ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່ - ảnh 1
ກອງ​ປະ​ຊ​ຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຮູບ​ແບບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫມ່​
ພາບ:baohomnay

(vovworld)-  ​ຕອນ​ບ່າຍ​ວັນ​ທີ 26/9 ຕາມ​ເວ​ລາ ນິວຢອກ, ກອງ​ປະ​ຊ​ຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຮູບ​ແບບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫມ່​ແລະ​ປະ​ຊາ​ຄົມ​ຢ່າງ​ໝັ້ນ​ຄົງ ໄດ້ໄຂ​ຂຶ້ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Bankimoon, ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ, ປະ​ທານ​ປະ​ເທດ​ລາວ, ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ, ປະ​ທາ​ນາ​ທິ​ບໍ​ດີ Ruanda, ຜູ້​ອຳ​ນວຍ​ການ​ໃຫຍ່ UNDP, ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ຖືກ​ເຊີນ​ເປັນ​ຜູ້​ປາ​ຖະ​ກະ​ຖ​າ​ຕົ້ນ​ຕໍ​ທີ່ກອງ​ປະ​ຊຸມ.

​ທ່ານ ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖືວ່າ ໂຄງ​ການ​ດຳ​ເນີນ​ງານ​ປີ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ກ່ຽວ​ກັ​ບ​ໂລກບໍ່​ມີ​ຜູ້​ອຶດ​ຫິວ​ທຸກ​ຍາກ. ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຍົກ​ໃຫ້​ເຫັນ​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ຫວຽດ​ນາມ ພ້ອມ​ແລ້ວ​ແບ່ງ​ປັນ​ບົດ​ຮຽນ​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ແບບ​ຍືນ​ຍົງ​.

        “ໂດຍ​ແມ່ນ​ປະ​ເທດ​ກະ​ສິ​ກຳ ມີ​ພົນ​ລະ​ເມືອງ​ເກືອບ 70% ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ, ການ​ພັດ​ທະ​ນາ​ກະ​ສິ​ກຳ ຊົນ​ນະ​ບົດ ແບບ​ຍືນ​ຍົງ ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ຍິ່ງ​ສຳ​ລັບ​ການ​ພັດ​ທະ​ນາ​ລວມ​ຢ່​ຫວຽດ​ນາມ. ແຕ່​ປີ 2010 ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ປະ​ຈຸ​ບັນ ເຂດ​ຊົນ​ນະ​ບົດ​ຢູ່​ຫວຽດ​ນາມ ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ, ໂສມ​ຫນ້າ​ຊົນ​ນະ​ບົດ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ ໂດຍ​ສະ​ເພາະ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ.”

 

 

 

 

 

 

ຂ່າວ/ບົດ​ອື່ນ