ທ່ານປະທານປະເທດເຈືອງເຕີນຊາງເຈລະຈາກັບປະທານາທິບໍດີໂມຊຳບີກ

ທ່ານປະທານປະເທດເຈືອງເຕີນຊາງເຈລະຈາກັບປະທານາທິບໍດີໂມຊຳບີກ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງເຈ​ລະ​ຈາ​ກັບ
ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບີກ Filipe Jacinto Nyusi
ພາບ:congly

(vovworld)- ​ ​ຕອນ​ບ່າຍ​ວັນ​ທີ 11/3, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ Maputo, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ໂມ​ຊຳ​ບີກ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ດ້ວຍ​ພິ​ທີ​ການ​ສູງ​ສຸດ​ສະ​ຫງວນ​ໃຫ້​ແກ່​ປະ​ມຸກ​ລັດ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບີກ Filipe Jacinto Nyusi ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ນະ​ທີ່ນີ້ ສອງ​ຝ່າຍ​ໄດ້​ເຫັນ​ດີ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ ແລະ ອົງ​ການ​ສາ​ກົນ. ການ​ນຳ​ສອງ​ທ່ານ​ຖື​ວ່າ ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ເຫັນ​ດີ​ມອບ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ສູ້​ຊົນ​ຮອດ​ປີ 2020 ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເຖິງ 500 ລ້ານ USD.  ການ​ນຳ​ສອງ​ທ່ານ​ເຫັນ​ດີນຳ​ກັນ​ວ່າ: ສອງ​ປະ​ເທດ ຄວນ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຄັ້ງ​ທີ 4 ເພື່ອ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ເປັນ​ເອ​ກະ​ພາບ​ໃນ​ການ​ເຈ​ລ​ະ​ຈາ.

ພາຍ​ຫລັງ​ການ​ເຈ​ລະ​ຈາ, ການ​ນຳ​ສອງ​ທ່ານ​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ. ນະ​ທີ່ນີ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບີກ ຢືນ​ຢັນ​ວ່າ:

        “ໃນ​ໂຄງ​ການ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ ໂມ​ຊຳ​ບີກ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ໄດ້​ແລກ​ປ່ຽນ​ກັບ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່ຽວ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ນັ້ນ​ແມ່ນ ກະ​ສິ​ກຳ, ພະ​ລັງ​ງານ, ການ​ທ່ອງ​ທ່ຽວ, ການກໍ່​ສ້າງ, ຄົມ​ມະ​ນ​າ​ຄົມ​ຂົນ​ສົ່ງ.”

        ທ່ານ​ປະ​ທານ​ປະ​ເທ​ດ​ເຈືອງ​ເຕີນ​ຊາງ ເນ​ັ້ນ​ຫນັກ​ວ່າ: ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ ເປັນ​ຕົ້ນ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ.

        “ກະ​ສິ​ກຳ, ສິນ​ໃນ​ນ້ຳ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃຫຍ່​ຂອງ​ສອງ​ປະ​ເທດ. ຂ້​າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ບັນ​ດາ​ໂຄງ​ກາ​ນ​ຮ່ວມ​ມື​ກ່ຽວ​ກັບ​ກະ​ສິ​ກຳ​ຢູ່ ໂມ​ຊຳ​ບີກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ກິດ​ຈະ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂມ​ຊຳ​ບີກ.”

 

ຂ່າວ/ບົດ​ອື່ນ