ທ່ານປະທານປະເທດເຈືອງເຕີນຊາງເລີ່ມຕົ້ນການຢ້ຽມຢາມກູບາຢ່າງເປັນທາງການ

ທ່ານປະທານປະເທດເຈືອງເຕີນຊາງເລີ່ມຕົ້ນການຢ້ຽມຢາມກູບາຢ່າງເປັນທາງການ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ ເຈືອງ​ເຕີນ​ຊາງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ກູ​ບາ

(vovworld)-  ​ຕອນ​ເຊົ້າ​ວັນ​ທີ 29/9 ຕ​າມ​ເວ​ລາ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ນິວຢອກ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ສິ້ນ​ສຸດ​ການ​ຢ້ຽມ​ຢາມອາ​ເມ​ລິ​ກາ ຢ່າງ​ຈົບ​ງາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ຮອດ​ປີ 2030, ເພື່ອ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ. ກູຍ​ບາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ປະ​ທານ​ສະ​ພາ​ແຫ່​ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ຍ​ບາ Raul Castro.

ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ກູ​ບາ ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ, ທ່ານ ເຢືອງ​ມີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກູ​ບາ ໄດ້​ຢືນ​ຢັນ: ຈຸດ​ໝາຍ​ທຳ​ອິດ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ຫວຽດ​ນາມ ແລະ ກູ​ບາ ແລະ ຢືນ​ຢັນ​ການ​ສະ​ຫນັບ​ສະ​ຫນູນ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ສຳ​ລັບ​ພາ​ລະ​ກິດ​ຕໍ່​ສູ້​ເປັນ​ທຳ​ຂອງ​ປະ​ຊາ​ຊົນ​ກູ​ບາ ກໍ​ຄື ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ ກູ​ບາ. ການ​ຢ້ຽມ​ຢາມກູ​ບາ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງຈະ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ເມືອງ​ກໍ​ຄື ສ້າງ​ເງື່ອນ​ໄຂ​ເພື່ອ​ຍູ້​ແຮງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ