ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບອົງການຕຳຫລວດສືບສວນສອບສວນ

ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບອົງການຕຳຫລວດສືບສວນສອບສວນ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ເຮັດວຽກກັບອົງການຕຳຫລວດສືບສວນສອບສວນ


(vovworld)- ທີ່ການເຮັດວຽກກັບອົງການຕຳຫລວດສືບສວນສອບສວນ,ສັງກັດກະຊວງຕຳຫລວດ​ຫວຽດນາມ ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 30/7, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຕໍ່​ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ໃນ​ຊຸມ​ເດືອນ​ຕົ້ນ​ປີ. ທ່ານ​ປະທານ​ປະ​ເທດ ​​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ສະພາບ​ການ​ອາດຊະຍາ​ກຳ​ຍັງ​ສືບ​ຕໍ່​ຜັນ​ແປ​ໄປ​ຢ່າງ​ສັບສົນ, ພິ​ເສດ ​ແມ່ນ​ອາດຊະຍາ​ກຳ​ຂ້າມ​ຊາດ, ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ກຳລັງ​ຕໍ່ສູ້​ປ້ອງ​ກັນຕ້ານ​ອາດຊະຍາ​ກຳ.​ທ່ານ​ປະທານ​ປະ​ເທດ ​ສະ​ເຫ​ນີ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ເຄື່ອນ​ໄຫວ​ສືບສວນ​ສອບ​ສວນ ​ແລະ ຕ້ອງມີ​ການ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ບັນດາ​ອົງການ, ​ເພີ່ມ​ທະວີ​ລັກສະນະ​ປະສິດທິ​ຜົນ​ຂອງອົງການ​ລັດ​ຢູ່​ທຸກ​ຂັ້ນ​ໃນ​ການ​ປ້ອງ​ກັນ ​ແລະ ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ