ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບປະຊາຊົນຊາວເຜົ່າຈຳຢູ່ແຂວງນີງທ້ວນ

ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບປະຊາຊົນຊາວເຜົ່າຈຳຢູ່ແຂວງນີງທ້ວນ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ 
ຫງວຽນ​ທ້ຽນ​ເຍີນມອບ​ຂອງ​ຂວັນ​ໃຫ້ປະ​ຊາ​ຊົນ​ຊາວ​ເຜົ່າ​ຂະ​ແມ
ພາບ:TTXVN

(vovworld)-  ​ຕອນ​ຄ່ຳ​ວັນ​ທີ 7/10, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ, ປະ​ຊາ​ຊົນ ຕາ​ແສງ ເຟືອກ​ທາຍ ແລະ ເຟືອກ​ຫືວ ເມືອງ​ນີງ​ເຟືອກ ແຂວງ ນີງ​ທ້ວນ. ພາ​ຍ​ຫລັງ​ຮັບ​ຟັງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ພິ​ເສດ​ແມ່ນ​ຊາວ​ເຜົ່າ​ຈຳ, ທ່ານ​ຫງວຽນ​ທ້ຽນ​ເຍີນ ໄດ້​ຕີ​ລາ​ຄາ​ສູງ​ຂະ​ບວ​ນ​ການ​ສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ເກັ່ງ​ກ້າ​​ສາ​ມາດ​ໃນ​ເຂດ​ເຜົ່າ​ຈຳ​ນັບ​ມື້​ນັບ​ພັດ​ທະ​ນາ. 100% ລູກ​ຫລານ​ຊາວ​ເຜົ່າ​ຈຳ​ຢູ່​ໂຮງ​ຮຽນ​ປະ​ຖົມ​ລ້ວນ​ແຕ່​ໄດ້​ຮຽນ​ພາ​ສາ​ຈຳ. ທ່ານ​ຫງວຽນ​ທ້ຽນ​ເຍີນ ສະ​ເຫນີ​: ແຂວງ ນີງ​ທ້ວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍ​ບາຍ​ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ດ້ານ​ພາ​ສາ, ຕົວ​ຫນັງ​ສື ແລະ ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ, ແລະ​ມີ​ຮູບ​ຮ່າງຂອງ​ບັນ​ດາ​ເຜົ່າ, ໃນ​ນັ້ນ ມີ​ເຜົ່າ​ຈຳ.


ຕອບກັບ

ຂ່າວ/ບົດ​ອື່ນ