ທ່ານປະທານສະພາ ແຫ່ງຊາດຫງວຽນຊິງ ຮູ່ງອວຍພອນປີໃໝ່ ຢູ່ນະຄອນຮ່າໂນ້ຍ

ທ່ານປະທານສະພາ ແຫ່ງຊາດຫງວຽນຊິງ ຮູ່ງອວຍພອນປີໃໝ່ ຢູ່ນະຄອນຮ່າໂນ້ຍ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ນະຄອນຮ່າໂນ້ຍ

ເນື່ອງ​ໃນ​ໂອກາດຕ້ອນຮັບ​ປີ​ໃໝ່ ປີ​ມະ​ໂຣງ 2012, ຕອນ​ເຊົ້າວັນ​ທີ 13/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄ​ອງທຸກ​ຂັ້ນ​ຂອງ​ນະຄອນ​ຮ່າ​ໂນ້ຍຈະສືບ​ຕໍ່​ນຳ​ໜ້​້າ​​ທົ່ວ​ປະ​ເທດ​ໃນ​ທຸກຂົງ​ເຂດ​ເພື່ອ​ສ້າງ​ນະຄອນຫຼວງ​ໃຫ້​ມີ​ຄວາມ​ສີວິ​ໄລ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

“ຮ່າ​ໂນ້ຍ​ແມ່ນ​ຫົວ​ໃຈ​ຂອງ​ທົ່ວ​ປະ​ເທດ, ​ແມ່ນ​ສູນ​ກາງ​ການ​ເມືອງ ​ບໍລິຫານຕົ້ນ​ຕໍ່ ​ແລະ​ແມ່ນ​​ແຫ່ງ​ອະລິຍະ​ທຳ, ວິລະ​ຊົນ, ສັນຕິພາບ, ມິດຕະພາບ​ຂອງ​ທົ່ວ​ປະ​ເທດ, ດັ່ງ​ນັ້ນ ຮ່າ​ໂນ້ຍຕ້ອງ​ແມ່ນ​ນະຄອນ​ວັດທະນະ​ທຳ, ອະລິຍະ​ທຳ, ​ສັນຕິພາບ. ຮ່າ​ໂນ້ຍຕ້ອງ​ແມ່ນ​ນະຄອນ​ຂອງ​ວີ​ທະຍາ​ສາດ, ​ເຕັກ​ນິກ, ສຶກສາ, ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຢີສູງ, ​ເສດຖະກິດ​ພັດທະນາ, ​ໂຄງ​ປະກອບເສດຖະກິດ​ເໝາະ​ສົມ ​ແລະ ຕິດ​ພັນ​ກັບ​ການ​ຮັບປະ​ກັນ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກໍ່​ສະ​ເໜີ​ການ​ນຳ​ນະຄອນ ຮ່າ​ໂນ້ຍມີ​ຄວາມມະ​ນາ​ພະຍາຍາມ​ສູງ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ​ແລະ​ບັນດາ​ຄາດໝາຍ​ເສດຖະກິດ - ສັງ​ຄົມ​ຂອງ​ນະຄອນ​ໃນ​ປີ 2012 ສຳ​ເລັດ​ຜົນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດ​ຖະທຳ​ມະນູນ 1992, ພ້ອມ​ທັງ​ສືບ​ຕໍ່​ສ້າງ​ສຳ​ເລັດ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ.

ຂ່າວ/ບົດ​ອື່ນ