ທ່ານປະທານສະພາ ແຫ່ງຊາດຫວຽດນາມ ເຄືຶື່ອນໄຫວຢ້ຽມຢາມອັງກິດ

  ໂດຍ​ໂດ້ສືບ​ຕໍ່​ລາຍ​ການຢ້ຽມຢາມສັນຖະວະ​ໄມຕີ​ລາຊະ​ອານາຈັກ​ອັງກິດ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 9/12, ຕາມ​ເວລາ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮູ່ງ​ໄດ້​ພົບ​ປະ​ກັບ​ເຈົ້າຟ້າ​ຊາຍ Andrew ​​ແລະ​ເຂົ້າຮ່ວມ​ເວທີ​ປາ​ໄສ​ຫວຽດນາມ-ອັງກິດ.

   ​ເຂົ້າຮ່ວມ​ເວທີ​ປາ​ໄສ​ຫວຽດນາມ-ອັງກິດ​ໂດຍເຈົ້າຟ້າ​ຊາຍ Andrew ​ເປັນ​ປະທານ ​ມີນັກທຸລະກິດ​ຫວຽດນາມ ​ແລະ​ອັງກິດ 300 ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ເຈົ້າຟ້າ​ຊາຍ Andrew ​​ຢັ້ງຢືນ​ວ່າ ອັງກິດ ​ແລະ​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສອງປະ​ເທດ​ພວມ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຢ່າງຮອບດ້ານ, ສະນັ້ນ, ນັກທຸລະກິດ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມມື​ນຳ​ກັນ. ສ່ວນ​​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮູ່ງ​ຢືນຢັນ​ວ່າ:   “ສະພາ​ແຫ່ງ​ຊາດ​ຫວຽດນາມ, ລັດຖະບານ​ຫວຽດນາມ ​ແລະ​ປະຊາຊົນ​ຫວຽດນາມ​ປາດ​ຖະໜາ​ ຢາກຮ່ວມມື​ກັບ​ອັງກິດ​ ບໍ່​ພຽງ​ແຕ່​ໃນດ້ານ​ການ​ເມືອງ, ການ​ທູດ​ເທົ່ານັ້ນ, ຫາກ​ຍັງ​ຢາກ​ຕ້ອນຮັບ​ບັນດາ​ນັກທຸລະກິດ​ອັງ​ກິດ​ມາ​ຫວຽດນາມ​ລົງທຶນ​ໃນ​ທຸກໆ​ຂົງ​ເຂດ​ອີກ​ດ້ວຍ. ​ແນ່ນອນ​ວ່າ ການ​ຮ່ວມມມື​ດ້ານ​ການ​ລົງທຶນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວັດທະນະທຳ, ກິລາກາ​ຍະ​ກຳ, ການທ່ອງທ່ຽວ ​ແລະ​ຈະ​ເຮັດ​ໃຫ້​ນ້ຳໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໜັກ​ແໜ້ນກ່ວາ​ອີກ”​

   ​ໃນ​ວັນ​ດຽວ​ກັນ, ຢູ່​ສະໜາມ​ບິນ Gatwick ລາຊະ​ອານາຈັກ​ອັງກິດ, ບໍລິສັດ​ການບິນ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ​ເຊື່ອມ​ຈອດ​ນະຄອນ​ຮ່າ​ໂນ້ຍ ​ແລະ​ນະຄອນ​ໂຮ່ຈິ​ມິນ​ກັບ​ລາຊະ​ອານາຈັກ​ອັງກິດ.

 

ຂ່າວ/ບົດ​ອື່ນ