ທ່ານປະທານສະພາແຫ່ງຊາດ ສີລັງກາ ຈະມາຢ້ຽມຢາມຫວຽດນາມ

ທ່ານປະທານສະພາແຫ່ງຊາດ ສີລັງກາ ຈະມາຢ້ຽມຢາມຫວຽດນາມ - ảnh 1
​ທ່ານ Chamal Rajapaksa, ປະທານ​ສະ​ພາ​ແຫ່ງ​ຊາດ ສີ​ລັງກາ
(ພາບ: lankatruth.com)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສີ​ລັງກາ ​ໂດຍ​ທ່ານ Chamal Rajapaksa, ປະທານ​ສະ​ພາ​ແຫ່ງ​ຊາດ ນຳ​ໜ້າ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 14 – 19/07/2013. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Chamal Rajapaksa ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຄະນະ​ກໍ່​ຈະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ​ແຂວງ​ກວາງ​ນິງ, ນິງບິ່ງ ​ແລະ ນະຄອນ​ໂຮ່ຈິ​ມິນ. ທີ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສີ​ລັງກາ ຈະ​ໄປ​ຢ້ຽມຢາມ​ບາງ​ເຂດ​ປູຊະ​ນິຍະສະ​ຖານ​ປະ​ຫວັດ​ຊາດ ​ແລະ ວາງ​ພວງມາລາ, ​ເຂົ້າ​ຢ້ຽມຄຳນັບ​ສຸ້​ສານ​ປະທານ​ໂຮ່ຈິ​ມິນ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ສີ​ລັງກາ ​ແມ່ນ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງມິດຕະພາບ​ ​ແລະ ​ມູນ​ເຊື້ອພັດທະນາ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ