ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນສະພາສູງ ແອດສະປາຍ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນສະພາສູງ ແອດສະປາຍ - ảnh 1
ທ່ານປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ສູງ ​ແອດສະ​ປາຍ
(ພາບ: TTXVN)


(vovworld) – ຕອນ​ບາຍ​ວັນ​ທີ 14/1, ທີ່​ການຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ສູງ ​ແອດສະ​ປາຍ, ທ່ານປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ​ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ ແລະ ທີ່​ຕັ້ງຂອງ ແອດສະ​ປາຍ ກໍ​ຄື ສະພາ​ສູງ ​ແອດສະ​ປາຍ ຢູ່ ​ເອີຣົບ ​ແລະ ປາດ​ຖະໜາວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນບົດຮຽນທັງ​ໃນ​ວຽກງານ​ນິຕິບັນຍັດ, ​ແລກປ່ຽນຄະນະກໍ​ຄື​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ສຶກສາ. ທ່ານປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຂອງ​ຄະນະສະມາຊິກສະພາ​ສູງ ​ແອດສະ​ປາຍ ຈະ​ປະກອບສ່ວນ​ ​ ເພີ່ມ​ທະວີ​ປັບປຸງ​ການ​ຮ່ວມ​ມື​ລະຫວ່າງສອງຝ່າຍ​ໃນ​ຫຼາຍຂົງ​ເຂດ,​ປະກອບສ່ວນ​ຊຸກ​ຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ມຸ້ງ​ໄປ​ສູ່​ອະນາຄົດ​ຂອງ​ສອງ​ປະ​ເທດ.

  ຮອງ​ປະທານ​ຜູ້​ທີໜຶ່ງສະພາ​ສູງ ​ແອດສະ​ປາຍ ທ່ານ Juan Lucas Gimenez - ຫົວໜ້າຄະນະຜູ້​ແທນ​ສະພາ​ສູງ ​ແອດ​ສະ​ປາຍ, ສະ​ແດງ​ຄວາມ​ນິຍົມ​ນັບ​ຖື​ຕໍ່​ກັບ​ການ​ພັດ​ທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ພວມ​ຕົກ​ຢູ່ໃນ​ສະພາບ​ວິ​ກິດ​ການ; ພ້ອມທັງ​ເນັ້ນໜັກວ່າຈະ​ສະໜັບສະໜຸນ​ເພື່ອບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງ​ທຶນ ​ແລະ ​ແຊກ​ຊຶມ​ເຂົ້າຕະຫຼາດ ແອດສະ​ປາຍ ​ເວົ້າສະ​ເພາະ​ກໍ່​ຄືຕະຫຼາດ ​ເອີຣົບ ​ເວົ້າລວມ. ທ່ານ Juan Lucas Gimenez ສະ​ເໜີ​ໃຫ້ ຫວຽດນາມ ສະໜັບສະໜູນ ແອດສະ​ປາຍ​ ​ໃນ​ການອອກສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ສະພາ​ຄວາມໝັ້ນຄົງ ສປຊ ​ໃນ​ເດືອນ 9 ຈະ​ມາ​ເຖີງ ​ແລະ ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜູນ ຫວຽດນາມ​ ​ໃນ​ບັນດາ​ເວທີ​ປາ​ໄສ​ສ​າກົນ, ກໍ່​ຄື​ໃນ​ບັນຫາ​ຕ່າງໆ​ເຊິ່ງ​ທັງ​ສອງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ.

  ກ່ອນ​ນັ້ນ, ທີ່​ການ​ພົບ​ປະ​ເຈ​ລະ​ຈາລະ​ຫວ່າງ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ຜູ້​ແທນສະພາ​ສູງ ​ແອດສະ​ປາຍ, ສອງ​ຝ່າ​ຍ​ໄດ້​ເຫັນ​ດີເປັນເອກະສັນໃນການເພີ່ມທະວີແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນນິຕິບັນຍັດ ​ແລະ ການ ຕິດຕາມ​ກວດກາ, ກໍ່​ຄື​ສະໜັບສະໜູນ​ເຊີ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​​ໂລກ.

ຂ່າວ/ບົດ​ອື່ນ