ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານາທິບໍດີ ມົງໂກນ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານາທິບໍດີ ມົງໂກນ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
​ຕ້ອນຮັບ​ທ່ານ​ປະທານາທິບໍ​ດີ​ມົງ​ໂກນ Tsakhiagin Elbegdorja)


(vovworld) - ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍ​ດີ​ມົງ​ໂກນ Tsakhiagin Elbegdorja ​ໃນ​ຕອນ​ເຊົ້າ​ວັນ​ທີ 22/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ ຫວຽດນາມ ​ແລະ ມົງ​ໂກນ ມານະ​ພະຍາຍາມ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ເສດຖະກິດ, ​ເສີມ​ຂະຫຍາຍ​ຈົນ​ສຸດ​ຄວາມ​ສາມາດ​ບົມຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບສະພາ​ແຫ່ງ​ຊາດ​ມົງ​ໂກນ ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ກົດໝາຍ, ການ​ຕິດຕາມ​ກວດກາ​ນສູງ​ສຸດ ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ມີໜ້າ​ທີ່ຂອງ 2 ຝ່າຍ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ໃນ​ກາງ​ເດືອນ 11/2014.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ໂອ້​ລົມ​ກັບ​ນັກ​ສຶກສາ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ປະທານາທິບໍດີ Tsakhiagin Elbegdorja ​ໄດ້​ແນະນຳກັບ​ບັນດາ​ນັກ​ສຶກສາ​ຫວຽດນາມ ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ, ວັດທະນະທຳ, ​ເສດຖະກິດ ຂອງ​ມົງ​ໂກນ. ທ່ານ​ປະທານາທິບໍດີ ຊີ້​ແຈ້ງວ່າ, ຫວຽດນາມ ​ແລະ ມົງ​ໂກນ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ, ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ພັດທະ​ນາ​ບົນ​ຈິດ​ໃຈ​ໃກ້ຊິດສະໜິດ​ສະ​ນົມ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານາທິບໍດີ ມົງ​ໂກນ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຫວຽດນາມ - ມົງ​ໂກນ ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສຶກສາ ​ແລະ ປາດ​ຖະໜາ​ວ່າ​ຈະ​ມີ​ນັກ​ສຶກສາ​ຫວຽດນາມ ​ໄປ​ມົງ​ໂກນ ​ເພື່ອ​ຮໍ່າຮຽນ, ຄົນ​ຄວ້າ ກໍ່​ຄື​ຍູ້​ແຮງ​ການ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ນັກ​ສຶກສາມົງ​ໂກນ​ມາ​ສຶກສາ, ​ຮໍ່າຮຽນຢູ່ຫວຽດນາມ.
ຂ່າວ/ບົດ​ອື່ນ