ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທກຮ່າ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທກຮ່າ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ແທກ​ຮ່າ
(ພາບ: TTXVN)


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 29/06, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແຂວງ​ຮ່າ​ຕິ້ງ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຕາ​ແສງ ຟູ​ຫວຽດ, ​ເມືອງ​ແທກ​ຮ່າ, ​ແຂວງ​ຮ່າ​ຕິ້ງ, ​ເພື່ອ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມສຸດ​ທີ 13. ຜູ້ຕາງໜ້າຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ແທກ​ຮ່າ ​ເກືອບ 300 ຄົນ ​ໄດ້​ຕີ​ລາຄາ​ສູງ​ໜ້າ​ທີ່​ຮັບຜິດ​ຊອບຂອງ​ບັນດາ​ ສສຊ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ວາລະ​ຊັກ​ຖາມ, ກໍ່​ຄື​ສະ​ແດງ​ຄວາມ​ໄວ້​ເນື້ອເຊື່ອໃຈ, ​ເບີດ​ບານ​ມ່ວນ​ຊື່ນ​ຕໍ່​ເລື່ອງເປັນຄັ້ງທຳ​ອິດ​ທີ່ສະພາ​ແຫ່ງ​ຊາດລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈຕໍ່ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະ​ພາ​ແຫ່ງ​ຊາດເລືອກຕັ້ງ ຫລື​​ ໃຫ້​ສັດຕະຍາບັນ. ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​ໄດ້​ຮັບຮອງ​ບັນດາ​ຄຳ​ເຫັນ​ປະ​ກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃສ່​ຮ່າງ​ກົດໝາຍ​ຕ່າງໆ, ພິ​ເສດ​ແມ່ນ​ຮ່າງລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ຖື​ວ່າ, ປະຊາຊົນ, ​ຜູ້​ມີ​ສິດ​ເລືອກ​ຕັ້ງສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ, ສະໜັບ​ສະ​ໜູ​ນ​ເພື່ອ​​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ປະສິດທິ​ຜົນ, ມີ​ຄຸນ​ນະພາ​ບ. ໄລຍະຈະ​ມາ​ເຖິງ, ​ເລື່ອງ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​​ໃຈ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍສຳລັບສະພາ​ປະຊາຊົນ​ຂັ້ນ​​ແຂວງ, ເມືອງ, ຕາ​ແສງ. ດັ່ງ​ນັ້ນ, ທ່ານ​ປະທານສະພາ​​ແຫ່ງ​ຊາດ​ສະ​ເໜີ​ວ່າ:

“ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄວນ​ພິຈາລະນາ​ສະພາ​ປະຊາຊົນ, ຜູ້​ແທນ​ສະພາ​ປະຊາຊົນ​ແຂວງ, ​ເມືອງ, ຕາ​ແສງ ປະຕິບັດ​ຖືກ​ຕ້ອງບໍ່. ປະຊາຊົນ​ຕ້ອງ​ຕິດຕາມ​ກວດກາ. ຂ້າພະ​ເຈົ້າ​ສະເໜີ​ ການ​ນຳ​ແຂວງ ​ໃຫ້​ປະຊາຊົນ​​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ຢູ່ ຮ່າ​ຕິ້ງ. ປະຕິບັດ​ຢ່າງຖືກ​ຕ້ອງແມ່ນ​ຕ້ອງ ພາວະ​ວິ​ໄສ, ສຸດ​ຈິດ​ສຸດ​​ໃຈ, ຊື່​ຕົງ, ລະມັດລະວັງ ​ແລະ ຊັດ​​​ເຈນ. ຜູ້​ແທນ​ປະຊາຊົນ​ຕາງ​ໜ້າ​ໃຫ້​ປະຊາຊົນ​ຕ້ອງ​ເຮັດ​ວຽກ​ຢ່າງ​ພາວະ​ວິ​ໄສ, ຊື່​ຕົງ, ບໍ່​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.”

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​​ໃສ່​ໃຈ​ແຂວງ ຮ່າ​ຕິ້ງ ສຸ​ມ​ໃສ່​ຍູ້​ແຮງ​ການ​ພັດທະນາ​ອຸດສາຫະກຳ, ການ​ບໍລິການ ​ແຕ່​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ກະສິກຳ ​ແລະ​ ຊາວ​ກະສິກອນ, ພິ​ເສດ​​ແມ່ນ​ປະຊາຊົນຢູ່​ເຂດ​ພູດ​ອຍ, ​ແຄມ​ທະ​ເລ.

 

ຂ່າວ/ບົດ​ອື່ນ