ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແລະ ອວຍພອນປີໃໝ່ວິທະຍຸກະຈາຍສຽງຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແລະ ອວຍພອນປີໃໝ່ວິທະຍຸກະຈາຍສຽງຫວຽດນາມ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ອວຍພອນປີໃໝ່ຜູ້ມີສິດເລືອກຕັ້ງທົ່ວປະເທດ

(VOV World) ກ່ອນ​ຈຸດ​ເວລາສົ່ງ​ທ້າ​ຍປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​, ປີ​ມະ​ໂຣງ 2012, ວິທະຍຸ​ກະຈາຍສຽງ​ຫວຽດນາມ ເປັນ​ກຽດ​ທີ່​ໄດ້ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງມາ​ຢ້ຽ​ມຢາມ ​ແລະ ອວຍພອນ​ປີ​ໃໝ່. ຜ່ານ​ຄື້ນ​ກະຈາຍສຽງ ​ແລະ ​ໂທລະພາບ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ພົວພັນ​ແລກປ່ຽນ​ກັບ​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ, ຕາ​ແສງ​ເກາະ ຊິງ​ໂຕນ, ​ເກາະ ດ໋າ​ເລີ​ນ ຂຶ້ນ​ກັບ​ເມືອງ​ເກາະ ​ເຈືອງ​ຊາ. ປຸກລະດົ​ມທະຫານ ​ແລະ ປະຊາຊົນ​ໃນ​ເກາະ, ຝາກ​ຄຳ​ອວຍພອນ​ຈາກ​ດິນ​ຕໍ່​ແຜ່ນ​​ໄປ​ຍັງ ​ໝູ່​ເກາະ ​ເຈື່ອງ​ຊາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຊົມ​ເຊີຍ​ເຈດຈຳນົງ​ຂອງ​ບັນດາ​ສະຫາຍ, ນັ້ນ​ກໍ່​ແມ່ນ​ເຈ​ດຈຳນົງ​ຂອງ​ປະຊາຊົນ​ທັງ​ຊາດ. ​ເຈື່ອງ​ຊາ​ແມ່ນ​ເກາະທະ​ເລ​ແຫ່ງ​ໃຫຍ່​ຂອງ​ປະ​ເທດ​ຊາດ, ມີ​ຊັບພະຍາກອນ​ພິ​ເສດ​ຫຼາຍ​ຢ່າງ, ພວກ​ເຮົາ​ຍາມ​ໃດ​ກໍ່​ຢືນຢັນ​ວ່າ: ​ເຈື່ອງ​ຊາ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍ​ກອອກ​ຈາກ​ຊາ​​ດຫວຽດນາມ​ໄດ້. ບັນດາ​ສະ​ຫາຍ​ພວມ​ກຽມພ້ອມ ​ສູ້​ຮົບເພື່ອ​ປະ​ເທດຊາດ, ​ປະກອບສ່ວນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ. ອວຍພອນ​ບັນດາ​ສະຫາຍ​​ໄດ້​ຕ້ອນຮັບ​ບູນ​ເຕັດ​ດ້ວຍ​ຄວາມມ່ວນ​ຊື່ນ​ທີ່​ສຸດ, ​ດ້ວຍ​ພະລັງ​ຊີ​ວິດ​ມັງກອນ​ສັກສິດ”

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແລະ ອວຍພອນປີໃໝ່ວິທະຍຸກະຈາຍສຽງຫວຽດນາມ - ảnh 2
ທ່ານປະທານສະພາແຫ່ງຊາດອວຍພອນປີໃໝ່ຢູ່ວິທະຍຸກະຈາຍສຽງຫວຽດນາມ

ໃນ​ບັນຍາກາດ​ສັກສິດ​ນີ້, ພັນ​ຕີ ຫງວຽນ​ວັນ​ຮ່າ, ຫົວ​ນ້າ​​ເກາະ ດ່າ​ເລີ​໋ນ ​ເວົ້າວ່າ:

“ຕາງໜ້າ​ໃຫ້​ອ້າຍ​ນ້ອງ​ໃນ​ເກາະ, ພວກ​ຂ້າພະ​ເຈົ້າ​​ຂໍໝັ້ນ​ໝາຍ​ກັບ​ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ເສີມ​ຂະຫຍາ​ຍມູນ​ເຊື້ອ​ປະຕິວັດ, ມູນ​ເຊື້ອ​ຂອງ​ເຫຼົ່າ​ທັບ​ເຮືອ​ວິລະ​ຊົນ, ຍາມ​ໃດ​ກໍ່​ກຽມ​ພ້ອມ​ຈະ​ເສຍສະຫຼະ​ຊີວິ​ດ ​ເພື່ອ​ປົກຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.”

​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບູນ​ເຕັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກໍ່​ໄດ້​ຝາກ​​​ຄຳ​ອວຍພອນ​​ໄຊອັນປະ​ເສີດເຖິງ ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ, ອວຍພອນ​ໃຫ້​ພະນັກງານນັກຮົບ​ທີ່ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ທີ່​ຫ່າງ​ໄກ​ ​ແລະ ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​​ໄດ້​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ດ້ວາຍ​ຄວາມເບີກບານ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຂ່າວ/ບົດ​ອື່ນ