ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊູມຄັ້ງທີ 8, ສະພາປະຊາຊົນແຂວງ ຮ່າຕິ້ງ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊູມຄັ້ງທີ 8, ສະພາປະຊາຊົນແຂວງ ຮ່າຕິ້ງ - ảnh 1

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເຂົ້າຮ່ວມ​ກອງ​ປະຊູມຄັ້ງທີ 8, ສະພາ​ປະຊາຊົນ​ແຂວງ ຮ່າ​ຕິ້ງ

(ພາບ:Nhan Sáng/ TTXVN)

(vovworld) - ​ກອງ​ປະຊູມຄັ້ງທີ 8 ສະພາ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ​ໄດ້​ດຳ​ເນີນ​ໄປ​ໃນ​ສາມມື້, 16 – 18/12, ນີ້​ແມ່ນ​ກອງ​ປະ​ຊູ​ມທີ່​ມີ​ຫຼາຍເນື້ອ​ໃນ​ສຳຄັນ​ເພື່ອ​ຕີ​ລາຄາ​ຜົນງານ​ການ​ປະຕິບັດໜ້າທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ 3 ປີ 2011 – 2013, ພິ​ເສດ​ແມ່ນ​ຕີ​ລາຄາ​ຢ່າງຮອບດ້ານ​ກ່ຽວກັບ​ສະພາບ​ການ​ປະຕິບັດໜ້າທີ່​ດ້ານເສດຖະກິດສັງຄົມ, ດ້ານປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ວຽກ​ງານ​ທຸກ​ດ້ານໃນ​ປີ 2013, ກຳນົດ​ບັນດາ​ວິທີການ​ແກ້​ໄຂ​ຕົ້ນຕໍ​​ທີ່ຕ້ອງ​ສຸມ​ໃສ່​ປະຕິບັດໃນ​ປີ 2014 ຂອງ ຮ່າ​ຕິ້ງ.

       ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊູ​ມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເນັ້ນໜັກວ່າ ແຂວງ ຮ່າ​ຕິ້ງຕ້ອງຕັ້ງອົກຕັ້ງ​ໃຈ​ສູງ​ກວ່າ​ອີກ​ໃນ​ການ​ສ້າງ​ຊົນນະບົດ​ໃໝ່; ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່​ມຊ້ອນ​ດ້ານ​ເສດຖະກິດ​ກະສິກຳ​ອັນ​ດັບໜຶ່ງ​ຂອງທິດເໜືອພາກ​ກາງ. ​ແຂວງ​ກໍ​ຕ້ອງເອົາ​ໃຈ​ໃສ່ກວ່າ​ອີກ​​ເຖິງ​ການ​ປັບປຸງ​ລະບົບ​ການ​ເມືອງ​ທຸກຂັ້ນ; ຮັກສາ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ສືບ​ຕໍ່ຫັນ​ເປັນ​ມາດຖານ, ຍົກ​ສູງ​ຄຸນ​ນະ

ພາ​ບວຽກງານພະນັກງານ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​​​ແນະນຳ​ໃຫ້​ແຂວງ ຮ່າ​ຕິ້ງ​ ສຸມ​ໃສ່​ພັດທະນາ​ບາງ​ຂະ​ແໜງອຸດສາຫະກຳ​ທີ່​ເປັນ​ທ່າ​ແຮງ, ຕັ້ງໜ້າພັດທະນາ​ການ​ຄ້າ, ການ​ບໍລິການ, ຍູ້​ແຮງ​ການ​ປະຕິ​ຮູບ​ບໍລິຫານ, ດຶງ​ດູດ​ການ​ລົງທຶນ; ຮັບປະກັນ​​ພັດທະນາ​ຢ່າງໝັ້ນຄົງ.

ຂ່າວ/ບົດ​ອື່ນ