ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອ​ງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຈ່າ​ວິງ ຄືນ​ໃໝ່

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ມີຄວາມໝາຍ, ໃຫຍ່ຫຼວງ, ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຈ່າວິງ ຜ່ານລຸ້ນຄົນຕ່າງໆ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອ​ງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຈ່າ​ວິງ ຄືນ​ໃໝ່ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ປະດັບຫຼຽນໄຊແຮງງານຊັ້ນໜຶ່ງ

ຕອນຄ່ຳວັນທີ 29 ເມສາ, ຢູ່ສູນກອງປະຊຸມແຂວງ ຈ່າວິງ ຂອງ ຫວຽດນາມ ໄດ້ດຳເນີນພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຈ່າວິງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ມີຄວາມໝາຍ, ໃຫຍ່ຫຼວງ, ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຈ່າວິງ ຜ່ານລຸ້ນຄົນຕ່າງໆ.

        ເພື່ອບັນລຸໄດ້ເປົ້າໝາຍ, ກາຍເປັນໜຶ່ງໃນບັນດາແຂວງຈຸດສຸມພັດທະນາເສດຖະກິດທາງທະເລຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ກາຍເປັນແຂວງຊົນນະບົດໃໝ່ກ່ອນປີ 2025 ແລະ ເປັນແຂວງ ພັດທະນາໃນກຸ່ມນຳໜ້າຢູ່ເຂດທົ່ງພຽງ ແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ອນປີ 2031, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຈ່າວິງ ເອົາໃຈໃສ່, ປຸກລະດົມ, ນຳໃຊ້ທຸກແຫຼ່ງກຳລັງເພື່ອແກ້ໄຂຍຸດທະສາດດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ ຕາມທິດສ້າງກະສິກຳຊີວະພາບ, ຊົນນະບົດທັນສະໄໝ, ຊາວກະສິກອນສະຫຼາດ, ຕິດພັນກັບການພັດທະນາເສດຖະກິດຊົນນະບົດ ແລະ ຂະບວນວິວັດແຫ່ງການຫັນເປັນຕົວເມືອງໃຫ້ປະສົບຜົນສຳເລັດ. ພ້ອມດຽວກັນນັ້ນ, ແມ່ນສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກົດ, ເພີ່ມທະວີການສົ່ງເສີມ, ຮຽກຮ້ອງການລົງທຶນຮ່ວມສຳພັນລະຫວ່າງເຂດ ແລະ ອະນຸພາກພື້ນ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ໂດຍສະເພາະແມ່ນເສດຖະກິດທາງທະເລ.   

ຕອບກັບ

ຂ່າວ/ບົດ​ອື່ນ