ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້ 4 ໂປ​ແກຼມ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃນ​ຂົງ​ເຂດ​ສານ

(VOVWORLD) -      ຕອນເຊົ້າວັນທີ 8 ມັງກອນ, ຢູ່ສຳນັກງານ ສານປະຊາຊົນສູງສຸດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ລະບົບສູນຂໍ້ມູນເອກະສານ - ຫໍສະໝຸດ, ສູນຕິດຕາມກວດກາ ແລະ ບໍລິຫານ, ຊອັບແວຊ່ວຍວຽກຜູ້ພິພາກສາ, ລະບົບພິພາກສາແບບທາງໄກໃຫ້ສານປະຊາຊົນ.
ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້ 4 ໂປ​ແກຼມ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃນ​ຂົງ​ເຂດ​ສານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍການນຳເຂົ້າຮ່ວມພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ:

        “ມີຫຼາຍການບໍລິການສາທາລະນະອອນລາຍທາງສານ ໄດ້ຜັນຂະຫຍາຍປະຕິບັດ ແລະ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ຍິ່ງເປີດເຜີຍ, ໂປ່ງໃສດ້ານໜຶ່ງແມ່ນເພື່ອໃຫ້ປະຊາຊົນຮັບຮູ້, ອີກດ້ານໜຶ່ງແມ່ນເປັນສະພາບແວດລ້ອມທີ່ດີທີ່ສຸດເພື່ອໃຫ້ປະຊາຊົນ, ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາເບິ່ງຄືນການເຄື່ອນໄຫວຂອງສານ. ລະບົບກອງປະຊຸມທາງໄກເຊື່ອມຕໍ່ກັບ ສານໃນທົ່ວປະເທດ ໄດ້ສ້າງສະພາບແວດລ້ອມເຮັດວຽກທີ່ມີການກະທົບຕອບຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນລະຫວ່າງ ສານແຫ່ງຕ່າງໆ ປະກອບສ່ວນເຂົ້າໃນການປະຢັດງົບປະມານໃນການຈັດຕັ້ງກອງປະຊຸມ, ການສຳມະນາ ແລະ ການຈັດຊຸດຝຶກອົບຮົມ”.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ