ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ

(VOVWORLD) - ຕອນຄ່ຳວັນທີ 7 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese(ພາບ: VOV)

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະສອງຝ່າຍກັບການນຳສູງສຸດຂອງອົງການນິຕິບັນຍັດຂອງສອງປະເທດ; ພົບປະກັບທ່ານນາຍົກລັດຖະມົນຕີ, ….ນອກຈາກນັ້ນແລ້ວ, ກໍຍັງພົບປະກັບການນຳບາງກຸ່ມບໍລິສັດ, ວິສາຫະກິດຂອງສອງປະເທດ; ເຂົ້າຮ່ວມເວທີປາໄສຮ່ວມມືທາງດ້ານການສຶກສາ, ເວທີປາໄສເສດຖະກິດຢູ່ ອົດສະຕາລີ ແລະ ນິວຊີແລນ; ຢ້ຽມຢາມພະນັກງານຢູ່ສະຖານທູດ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ສອງປະເທດດັ່ງກ່າວ.

        ການຢ້ຽມຢາມສອງປະເທດຢ່າງເປັນທາງການໃນຄັ້ງນີ້ ບັນລຸໄດ້ຫຼາຍຜົນງານແທດຈິງ, ຮອບດ້ານໃນທຸກຊ່ອງທາງ; ບໍ່ພຽງແຕ່ຢູ່ຂົງເຂດຮ່ວມມືສອງຝ່າຍ ເທົ່ານັ້ນ, ຫາກຍັງໃນຂອບເຂດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຂະຫຍາຍອອກສູ່ພາກພື້ນມະຫາສະໝຸດອິນເດຍ, ທະວີບອາຊີ - ປາຊີຟິກ.


 

ຕອບກັບ

ຂ່າວ/ບົດ​ອື່ນ