ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ ປະ​ທານ​ກຸ່ມ​ບໍ​ລິ​ສັດ SK

(VOVWORLD) - ວັນທີ 27 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ Chey Tae Won, ປະທານກຸ່ມບໍລິສັດ SK ຢູ່ ຫວຽດນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ ປະ​ທານ​ກຸ່ມ​ບໍ​ລິ​ສັດ SK - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບ ປະທານກຸ່ມບໍລິສັດ SK

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ສູນນະວັດຕະກຳແຫ່ງຊາດ ຫວຽດນາມ ຈະເປີດນຳໃຊ້ຢູ່ ຮ່າໂນ້ຍໃນໄລຍະຈະມາເຖິງ. ທ່ານ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຂອງ SK, ນີ້ຈະແມ່ນບາດກ້າວສຳຄັນໃຫ້ແກ່ການ Startup ນະວັດຕະກຳ ຫວຽດນາມ, ປະກອບສ່ວນເຂົ້າວິວັດທະນາການຫັນປ່ຽນພື້ນຖານເສດຖະກິດ ແລະ ສ້າງສູນຫຼາຍແຫ່ງໃນອະນາຄົດ. ທ່ານ ກໍ່ສະເໜີໃຫ້ກຸ່ມບໍລິດ SK ໃຫ້ຄຳປຶກສາ ກັບບັນດາອົງການສະພາແຫ່ງຊາດ ເພື່ອສ້າງລະບົບລະບຽບການນະໂຍບາຍທີ່ກ່ຽວຂ້ອງບັນດາຂົງເຂດໃຫ້ສົມບູນແບບຄື: ການຫັນປ່ຽນພະລັງງານ, ປະຕິບັດວິວັດທະນາການຫຼຸດຜ່ອນທາດກາກບອນ ເພື່ອບັນລຸເປົ້າໝາຍ ປ່ອຍອາຍພິດລົງລະດັບ 0 (Net Zero) ໃນປີ 2050, ໃຫ້ຄຳປຶກສາໜູນຊ່ວຍກ່ຽວກັບເຕັກນິກ, ສ້າງບັນດານະໂຍບາຍດຶງດູດບັນດາວິສາຫະກິດ ສືບຕໍ່ມາລົງທຶນຢູ່ ຫວຽດນາມ.

ສ່ວນທ່ານປະທານກຸ່ມບໍລິສັດ SK ໄດ້ຕີລາຄາວ່າ ການເປີດນຳໃຊ້ສູນນະວັດຕະກຳ ແຫ່ງຊາດ ແມ່ນໝາກຜົນຂອງບັນດາການຮ່ວມມືທີ່ໄດ້ຮັບການລົງນາມ ເນື່ອງໃນໂອກາດການຢ້ຽມຢາມ ສ.ເກົາຫຼີຂອງທ່ານປະທານສະພາແຫ່ງຊາດ ຫວ່າງແລ້ວນີ້, ທ່ານຖືວ່າ ສູນນະວັດຕະກຳ ແຫ່ງຊາດ ແມ່ນພື້ນຖານເພື່ອພັດທະນາ ຫວຽດນາມ, ທ່ານກໍ່ຫວັງວ່າຈະໜູນຊ່ວຍຫວຽດນາມ ໃນການຜະລິດພະລັງງານຢ່າງເປັນເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ