ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ລາວ

(VOVWORLD) - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນໄດ້ໃຫ້ການຕ້ອນຮັບທ່ານ ວຽງທາວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ລາວ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານປະທານອົງການກວດສອບແຫ່ງລັດ ລາວ
(ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຕີລາຄາສູງການພົວພັນຮ່ວມມືຢ່າງມີປະສິດທິຜົນ, ແທ້ຈິງລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ລາວ ໃນໄລຍະຜ່ານມາ, ທ່ານສະເໜີໃນໄລຍະຈະມາເຖິງ ອົງການກວດສອບສອງປະເທດຈະສືບຕໍ່ຮ່ວມມືໃຫ້ນັບມື້ນັບມີປະສິດທິຜົນເຂົ້າສູ່ລວງເລິກ ແລະ ແທ້ຈິງ ດ້ວຍການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ວິຊາສະເພາະ, ໃນຂົງເຂດຫັນເປັນດີຈີຕອນ, ຝືກອົບຮົມ, ບຳລຸງສ້າງຍົກສູງວິຊາການໃຫ້ແກ່ອົງການກວດສອບທັງສອງປະເທດ.

ສ່ວນທ່ານ ວຽງທາວີສອນ ເທບພະຈັນ ໄດ້ແຈ້ງໃຫ້ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນຮັບຊາບກ່ຽວກັບໝາກຜົນຂອງການເຮັດວຽກໃນຕອນເຊົ້າວັນທີ 17 ກໍລະກົດ ກັບທ່ານ ໂງວັນຕວັນ ປະທານອົງການກວດສອງແຫ່ງລັດ ຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມວິຊາສະເພາະການດ້ວຍຫົວຂໍ້ “ການເຂົ້າຮ່ວມຂອງອົງການກວດສອບແຫ່ງລັດ ເຂົ້າໃນການສ້າງແຜນການງົບປະມານແຫ່ງລັດ ແລະ ກົນໄກ, ລະບຽບການ ແລະ ວິທີການຕິດຕາມປະຕິບັດຂໍ້ສະເໜີຂອງອົງການກວດສອບ”, ທ່ານເນັ້ນໜັກວ່າ ນີ້ແມ່ນເນື້ອໃນສຳຄັນເພື່ອໃຫ້ລາວຮ່ຳຮຽນບົດຮຽນປະສົບການຈາກ ອົງການກວດສອບແຫ່ງລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ