ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ APPF – 29 ​ທາງ​ໄກ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະກ່າວປາໄສຢູ່ 2 ວາລະປະຊຸມຄົບຄະນະທີ່ສຳຄັນຂອງ ກອງປະຊຸມກ່ຽວກັບບັນຫາການເມືອງ, ການປ້ອງກັນຄວາມສະຫງົບ ແລະ ບັນຫາດ້ານເສດຖະກິດ, ການຄ້າ.
ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ APPF – 29 ​ທາງ​ໄກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ຕາມແຈ້ງການຂອງ ກຳມາທິການການພົວພັນຕ່າງປະເທດ ສະພາແຫ່ງຊາດແລ້ວ, ວັນທີ 9 ທັນວາ ປີ 2021 ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Park Byeong Seug, ປະທານສະພາແຫ່ງຊາດສ.ເກົາຫຼີ - ປະເທດເຈົ້າພາບຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 29 ທີ່ປາໄສລັດຖະສະພາອາຊີ - ປາຊີຟິກ (APPF-29), ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ນຳໜ້າ ຈະເຂົ້າຮ່ວມກອງປະຊຸມທາງໄກ ໃນລະຫວ່າງວັນທີ 13 – 15 ທັນວາ ປີ 2021.

ແລະຕາມແຈ້ງການຈາກຄະນະກຳມາທິການການພົວພັນຕ່າງປະເທດຂອງ ຫວຽດນາມ, ໂດຍໄດ້ຮັບຄຳເຊີນຈາກທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug, ແລະ ທ່ານ Om Birla ແລະ ທ່ານVenkaiah Naidu ປະທານສະພາຕ່ຳ ແລະ ສະພາສູງ ສ.ອິນເດຍ, , ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ສສ.ຫວຽດນາມ ໄປຢ້ຽມຢາມ ສ. ເກົາຫຼີ ແລະ ສ.ອິນເດຍ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 19 ທັນວາ ປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ