ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ

(VOVWORLD) -ວັນທີ 25 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 67 ປີ (27/02/1955- 27/2/2022).
ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາຂອງຂະແໜງສາທາລະນະສຸກເວົ້າລວມ, ໂຮງໝໍ ຫວຽດນາມ - ເຢຍລະມັນ ເວົ້າສະເພາະ. ທ່ານກໍປາດຖະໜາວ່າ ລະບົບຄົ້ນຄວ້າວິທະຍາສາດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂະແໜງສາທາລະນະສຸກ, ເຊິ່ງກະຊວງສາທາລະນະສຸກ ເປັນເຈົ້າພາບ ຈະພັດທະນາຢ່າງແຮງກວ່າອີກ ເພື່ອເຊື່ອມໂຍງເຂົ້າກັບສາກົນ ແລະ ມີຄຸນນະພາບສູງ ນັບທັງດ້ານວິຊາສະເພາະ ແລະ ຈັນຍາບັນທາງການແພດ; ພ້ອມດຽວກັນນັ້ນ, ແມ່ນຊຸກຍູ້ການພັດທະນາສູນ, ສະຖາບັນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີລົງເລິກຂະແໜງການແພດ ເພື່ອໃຫ້ມີຫຼາຍຜະລິດຕະພັນ, ມາດຕະການໃໝ່, ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ດີກວ່າອີກ ແລະ ດູແລສຸຂະພາບຂອງປະຊາຊົນໃຫ້ນັບມື້ນັບດີກວ່າເກົ່າ, ເທົ່າທຽມກັບບັນດາປະເທດໃນພາກພື້ນ ແລະ ບັນດາປະເທດທີ່ກ້າວໜ້າໃນໂລກ./.


ຕອບກັບ

ຂ່າວ/ບົດ​ອື່ນ