ທ່ານປະທານສະພາແຫ່ງຊາດ ແອນຊານວາດໍ Sigfrido Reyes ເຄື່ອນໄຫວຢ້ຽມຢາມ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ແອນຊານວາດໍ Sigfrido Reyes ເຄື່ອນໄຫວຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ຕ້ອນຮັບ ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes


Vovworld- ​ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິ​ງຮຸ່ງ, ຕອນ​ເຊົ້າ​ວັນ​ທີ 6/6, ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ ​ແອນ​ຊາ​ນວາ​ດໍ ​ໂດຍ​ທ່ານ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Sigfrido Reyes ນຳ​ໜ້າ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽ​ມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 11/6.

    ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິ​ງຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິ​ງຮຸ່ງ ​ເນັ້ນ​ໜັດວ່າ ​ເຖິງ​ວ່າ ຫາ​ກໍ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງການ​ທູດ​ກໍ​ຕາມ, ​ແຕ່​ຫວຽດນາມ ​ແລະ ​ແອນ​ຊາ​ນວາ​ດໍ ​ໄດ້​ມີ​ສາຍ​ພົວພັນ​ມາ​ແຕ່​ດົນ​ນານ​ແລ້ວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິ​ງຮຸ່ງ ສະ​ແດງ​ຄວາມ​ຫວັງ​ວ່າ 2 ຝ່າຍ​ຄວນ​ຕັ້ງໜ​້າຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວ​ທີ່​ປາ​ໄສ​ຫຼາຍ​ຝ່າຍ​ຊຶ່ງ ສະພາ​ແຫ່ງ​ຊາດ ຂອງ 2 ປະ​ເທດ​ແມ່ນ​ສະມາຊິກ. ສ່ວນທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes ຢືນຢັນ​ວ່າ ຈຸດ​ປະສົງ​ຂອງ​ການ​ຢ້ຽ​ມຢາມ​ຂອງ​ຄະນະຄັ້ງນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຮູ້, ​ເພີ່ມ​ທະວີ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes ສະ​ແດງ​ຄວາມ​ຫວັງ​ວ່າ ຢາກ​ແບ່ງປັນ ​ແລະ ​ແລກປ່ຽນ​ບົດຮຽນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ວຽກ​ງານ​ລົ​ບລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ຜ່ານ​ນັ້ນ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ເພື່ອຜົນ​ປະ​ໂຫຍ​ດຂອງ​ແຕ່​ລະ​ຝ່າຍ, ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes ຍັງ​ໃຫ້​ຮູ້​ຕື່ມ​ວ່າ ປະຈຸ​ບັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແອນ​ຊາ​ນວາ​ດໍ ກໍ​ມຸ່ງ​ໄປ​ສູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ​ໃນ​ນັ້ນ​ມີ​ຫວຽດນາມ. ​ແອນ​ຊາ​ນວາ​ດໍ ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ພາກ​ພື້ນ​ອາ​ເມ​ລິ​ກາ​ກາງ ທີ່​ມີ​ບໍລິ​ມາດ​ນ້ຳມັນ ​ແລະ ນ້ຳ​ຈືດ​ຢ່່າງຫຼວງ​ຫຼາຍ​ໃນ​ໂລກ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​​ແອນ​ຊາ​ນວາ​ດໍ Sigfrido Reyes ຢ່າ​ງສະໜິດ ສະໜົມ​.

ຂ່າວ/ບົດ​ອື່ນ