ທ່ານປະທານສະພາແຫ່ງຊາດມຽນມາເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດມຽນມາເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ ຫງວຽນ​ຊີງ​ຮຸ່ງ ແລະ  ທ່ານ Thura U Shwe Mann
ພາບ:TTXVN


(vovworld)- ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ມຽນມາ ​ໂດຍ​ທ່ານ Thura U Shwe Mann, ປະທານ​ສະພາ​ຕຳ່, ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ນຳ​ຫນ້າ ພວມ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນທີ 6/9, ພາຍຫລັງ ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ Thura U Shwe Mann ​ໄດ້ດຳ​ເນີນ​ການ​ເຈລະ​ຈາ. ນະ​ທີ່​ນີ້ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ Thura U Shwe Mann ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ: ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ສືບ​ຕໍ່​ຫັນ​ບັນດາ​ເນື້ອ​ໃນ​ຂອງ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ເປ​ັນລະອຽດ, ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ການ​ນຳ​ສະພາ​ແຫ່ງ​ຊາດ. ສອງ​ຝ່າຍ​ເຫັນ​ດີ ສືບ​ຕໍ່​ຮ່ວມ​ມື, ສົມທົບ​ກັນ ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ​ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ສາກົນ. ກຸ່ມ​ສະມາ​ຊີກ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

        ບົນ​ພື້ນຖາ​ນຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ສອງ​ປະ​ເທດ​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​​ໃນ​ທຸກ​ຂົງ​ເຂດຢ່າງ​ໝັ້ນຄົງ​ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ຮັກສາ​ກສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ