ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ

ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ
ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ສົມ​ເດັດ ແຮນ ຊຳ​ຣີນ


(vovworld)-​ ທີ່​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ສົມ​ເດັດ ແຮນ ຊຳ​ຣີນ ໃນ​ຕອນ​ບ່າຍ​ວັນ​ທີ 27/3 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ  ຊົມ​ເຊີຍ​ປະ​ທານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ສົມ​ເດັດ ແຮນ ຊຳ​ຣີນ ແລະ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມ​າ​ຫວຽດ​ນາມ ເຂົ້າ​ຮ່ວມ IPU 132. ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ປາດ​ຖະ​ຫນາ​ວ່າ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ຈະ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເພື່ອ​ໃຫ້ IPU 132 ປະ​ສົບ​ຜົນ​ສຳ​ເລັດ. ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮ່ງ ເຊື່ອ​ໝັ້ນ​ວ່າ ດ້ວຍ​ອາ​ລົມ​ຈິດ​ອັນ​ດີ​ງາມ​ໂດຍ​ຄົນ​ລຸ້ນ​ກ່ອນ​ເພີ່ມ​ພູນ​ຄູນ​ສ້າງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຮ່ວມ​ມື​ຮອບ​ດ້ານ ແລະ ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ທຸກ​ຂົງ​ເຂດ. ເສັ້ນ​ຊາຍ​ແດນ​ທາງ​ບົກ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃຫ້​ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ