ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງລ້າງເຊີນ

ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງລ້າງເຊີນ - ảnh 1

(ພາບ:hanoimoi.com.vn)

(vovworld): ຕອນ​ເຊົ້າວັນ​ທີ 11/1, ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ  ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ແຂວງ​ລ້າງ​ເຊີນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ  ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ເປັນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ​ທ້ຽນ​ກິ, ​ເມືອງ​ຫິ໋ວຫລຸ໋ງ ​ແຂວງ​ລ້າງ​ເຊີນ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຖາມ​ຂ່າວ​ການກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ບັນດາ​ນະ​ໂຍບາຍ​ສຳລັບ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ, ສ້າງ​ຊີວິດ​ວັດທະນະທຳ​ໃນ​ບ້ານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້ການ​ນຳ​ແຂວງລ້າງ​ເຊີນ, ເມືອງ​ຫິ໋ວຫລຸ໋ງ ຕ້ອງ​ມີ​ທິດ​ທາງ​ຊ່ວຍ​ໃຫ້​ຊາວ​ຊົນ​ເຜົ່າ​ຢູ່​ນີ້​ບືນ​ຕົວ​ຂຶ້ນ​ສ້າງ​ຊີວິດ​ການ​ເປັນ​ຢູ່. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ ​ຍັງສະ​ເໜີ​ໃຫ້​ອົ​ງຄະນະ​ພັກຂັ້ນຕ່າງໆ, ອຳນາດ​ການ​ປົກຄອງ​ແຂວງ​ລ້າງ​ເຊີນ ຈົ່ງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ຊ່ວຍ​ປະຊາຊົນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ລ້ຽງສັດ, ພັດທະນາ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່.

 

 

ຂ່າວ/ບົດ​ອື່ນ