ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ທາບ​ທາມ​ຄຳ​ເຫັນ​ຈາກ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກວດ, ປິ່ນ​ປົວ​ພະ​ຍາດ (ສະ​ບັບ​ປັບ​ປຸງ)

(VOVWORLD) -ຕອນບ່າຍວັນທີ  12 ສິງຫາ, ຢູ່ຫໍສະພາແຫ່ງຊາດໄດ້ດຳເນີນການໂອ້ລົມສົນທະນາທາບທາມຄຳເຫັນຈາກນັກຊ່ຽວຊານກ່ຽວກັບ ຮ່າງກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ໂດຍສະຖາບັນຄົ້ນຄວ້ານິຕິບັນຍັດ ແລະ ກຳມາທິການສັງຄົມຂອງ ສະພາແຫ່ງຊາດເປັນປະທານ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ທາບ​ທາມ​ຄຳ​ເຫັນ​ຈາກ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກວດ, ປິ່ນ​ປົວ​ພະ​ຍາດ (ສະ​ບັບ​ປັບ​ປຸງ) - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ ກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ແມ່ນຮ່າງກົດໝາຍທີ່ມີຄວາມສຳຄັນຍິ່ງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ຂະແໜງສາທາລະນະສຸກ, ຕໍ່ການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງກະທົບເຖິງຂົງເຂດເສດຖະກິດ, ຊີວິດ, ສັງຄົມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ເນື້ອໃນຮ່າງກົດໝາຍສະບັບນີ້ ໄດ້ຮັບຄວາມສົນໃຈຢ່າງເລິກເຊິ່ງ, ບໍ່ສະເພາະແຕ່ຂະແໜງສາທາລະນະສຸກເທົ່ານັ້ນ, ຫາກນັບທັງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດກໍມີຄວາມສົນໃຈເຊັ່ນດຽວກັນ. ທ່ານຫວັງວ່າ ບັນດາເນື້ອໃນເຫຼົ່ານັ້ນ ຈະໄດ້ຮັບຄຳເຫັນປະກອບເຮັດແຈ້ງຈາກນັກຊ່ຽວຊານດ້ານນິຕິກຳ, ດ້ານສາທາລະນະສຸກ ແລະ ນັກຄຸ້ມຄອງໃນຂົງເຂດສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ