HanoiTex & HanoiFabric 2025 ດຶງດູດການເຂົ້າຮ່ວມຂອງ 9 ປະເທດ ແລະ ເຂດແຄ້ວນ
(VOVWORLD) - ດ້ວຍໄລຍະເວລາຈັດຕັ້ງມາແຕ່ດົນນານ ແລະ ອິດທິພົນຊື່ສຽງສາກົນ, HanoiTex & HanoiFabric 2025 ສືບຕໍ່ຢັ້ງຢືນຖານະບົດບາດແມ່ນງານວາງສະແດງຕຳແຜ່ນຕັດຫຍິບໃຫຍ່ທີ່ສຸດ ຫວຽດນາມ, ແມ່ນສະຖານີ່ເຕົ້າໂຮມບັນດາເຕັກໂນໂລຢີກ້າວໜ້າ, ວັດສະດຸທີ່ມີຄຸນນະພາບສູງ ແລະ ວິທີການດີທີ່ສຸດໃຫ້ແກ່ຂະແໜງ.
(ພາບປະກອບ: diendandoanhnghiep.vn) |
ງານວາງສະແດງສາກົນຂະແໜງອຸດສາຫະກຳຕຳແຜ່ນຕັດຫຍິບ - ພາຫະນະອຸປະກອນ, ວັດສະດຸ ແລະ ຜ້າແພ (HanoiTex & HanoiFabric 2025) ຈະດຳເນີນແຕ່ວັນທີ 16 – 18 ທັນວາ, ຢູ່ສູນງານວາງສະແດງສາກົນ I.C.E, ເຮືອນເລກທີ 91 ຖະໜົນເຈິ່ນຮຶງດ້າວ, ຮ່າໂນ້ຍ. ງານວາງສະແດງມີກ່ວາ 250 ຮ້ານວາງສະແດງຂອງ 9 ປະເທດ ແລະ ເຂດແຄ້ວນລວມມີ: ສະວິດ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ສິ່ງກະໂປ, ຈີນ, ຮົ່ງກົງ (ຈີນ), ໄຕຫວັນ (ຈີນ), ຫວຽດນາມ. ງານວາງສະແດງສຸມໃສ່ 2 ຫົວຂໍ້ຫຼັກ: HanoiTex - ງານວາງສະແດງກ່ຽວກັບເຄື່ອງຈັກ, ພາຫະນະອຸປະກອນຂະແໜງອຸດສາຫະກຳຕຳແຜ່ນຕັດຫຍິບ ແລະ HanoiFabric ງານວາງສະແດງກ່ຽວກັບຜ້າແພ, ວັດສະດຸຂະແໜງຕ່ຳແຜ່ນ ແລະ ຂະແໜງຕັດຫຍິບປັກແສ່ວ. ດ້ວຍໄລຍະເວລາຈັດຕັ້ງມາແຕ່ດົນນານ ແລະ ອິດທິພົນຊື່ສຽງສາກົນ, HanoiTex & HanoiFabric 2025 ສືບຕໍ່ຢັ້ງຢືນຖານະບົດບາດແມ່ນງານວາງສະແດງຕຳແຜ່ນຕັດຫຍິບໃຫຍ່ທີ່ສຸດ ຫວຽດນາມ, ແມ່ນສະຖານີ່ເຕົ້າໂຮມບັນດາເຕັກໂນໂລຢີກ້າວໜ້າ, ວັດສະດຸທີ່ມີຄຸນນະພາບສູງ ແລະ ວິທີການດີທີ່ສຸດໃຫ້ແກ່ຂະແໜງ.