SEA Games 33: ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 3 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຫຼຽນລາງວັນ

(VOVWORLD) -  ວັນທີ 14 ທັນວາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 5 ຫຼຽນ ຢູ່ SEA Games 33 ພວມດຳເນີນຢູ່ ໄທ. ຫຼຽນຄຳ 5 ຫຼຽນ ເຊິ່ງຫວຽດນາມ ຄ້ວາໄດ້ຈາກກິລາປະເພດ ຍິງປຶນ, Karate, Bowling ແລະ ລອຍນ້ຳ.
SEA Games 33: ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 3 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຫຼຽນລາງວັນ - ảnh 1ນັກກິລາ ຫວຽດນາມ ຄ້ວາໄດ້ລາງວັນຄຳ ຢູ່ SEA Games 33 (ພາບ: TTXVN)

ວັນທີ 15 ທັນວາ ໄດ້ຮັບຖືວ່າແມ່ນໜຶ່ງໃນຊຸມວັນແຂ່ງຂັນສຳຄັນທີ່ສຸດຂອງກິລາ ຫວຽດນາມ ຢູ່ SEA Games 33, ເມື່ອບັນດາປະເພດກິລາປາຍແຫຼມກ້າວເຂົ້າສູ່ຮອບຊິງຊະນະເລີດ ດ້ວຍຫຼາຍໂອກາດຍາດໄດ້ຫຼຽນຄຳ. ພາຍຫຼັງ ຍາດໄດ້ ຫຼຽນຄຳ 2 ຫຼຽນ ທີ່ເປັນໜ້າປະທັບໃຈ, ນັກກິລາ ຈິງທູວິງ ສືບຕໍ່ແມ່ນຄວາມຫວັງອັນໃຫຍ່ຫຼວງຂອງກິລາຍິງປຶນ ຫວຽດນາມ ເມື່ອພ້ອມກັບ ນັກກິລາ ຟ້າມກວາງຮຸຍ ແຂ່ງຂັນ ຢູ່ເນື້ອໃນຍິງປືນລົມ 10 ແມັດ ໝູ່ຄະນະ. ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 5 ຫຼຽນ ຢູ່ SEA Games 33 ພວມດຳເນີນຢູ່ ໄທ. ຫຼຽນຄຳ 5 ຫຼຽນ ເຊິ່ງຫວຽດນາມ ຄ້ວາໄດ້ຈາກກິລາປະເພດ ຍິງປຶນ, Karate, Bowling ແລະ ລອຍນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ