ທ່ານປະທານາທິບໍດີ Donald Trump ຈະຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) -ວັນທີ 18 ມີນາ, ທ່ານປະທານກຳມາທິການການຕ່າງປະເທດສະພາສູງ ອາເມລິກາ Bob Corker ໃຫ້ຂໍ້ສັງເກດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດໃນເດືອນ ພຶດສະພາ ຈະມາເຖິງ.
ທ່ານປະທານາທິບໍດີ Donald Trump ຈະຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1ທ່ານປະທານກຳມາທິການການຕ່າງປະເທດສະພາສູງ ອາເມລິກາ Bob Corker (ພາບ: Getty Images) 

ຂໍ້ຕົກລົງນິວເຄຼຍມີຊື່ວ່າ: ແຜນການດຳເນີນງານຮອບດ້ານຮ່ວມ (JCPOA), ເຊິ່ງ ອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໃນປີ 2015. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ອີຣານ ຈະຈຳກັດບັນດາການເຄື່ອນໄຫວເສີມທາດຢູລານຽນ ເພື່ອແລກເອົາເລື່ອງຍົກເລີກບັນດາຄຳສັ່ງລົງໂທດຂອງສາກົນ. ເຖິງຢ່າງໃດກໍ່ຕາມ, ປີ 2017, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ບໍ່ຍອມຮັບຮູ້ ອີຣານ ປະຕິບັດຕາມຂໍ້ຕົກລົງນິວເຄຼຍ. ຖ້າຫາກ ອາເມລິກາ ຖອນຕົວອອກຈາກ JCPOA, ຂໍ້ຕົກລົງຈະຖືກຍົກເລີກ ເມື່ອ ອີຣານ ປະຕິເສດການເຈລະຈາຄືນໃໝ່ ຕາມການຮຽກຮ້ອງຂອງ ອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ