ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ປະ​ກາດລັດ​ຖະ​ບັນ​ຍັດ ສ້າງ​ເງື່ອນ​ໄຂ​ໃຫ້​ຫຼາຍກວ່າ 500.000 ຄົນ​ເຂົ້າ​ຕັ້ງ​ຖິ່ນ​ຖານ​ຢູ່ ອາ​ເມ​ລິ​ກາ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ

(VOVWORLD) - ຕາມລັດຖະບັນຍັດທີ່ຫາກໍ່ປະກາດນັ້ນຜູ້ເປັນຜົວ ຫຼື ເມຍຂອງພົນລະເມືອງ ອາເມລິກາ ຈະໄດ້ລົງທະບຽນກາຍເປັນຜູ້ພັກປະຈຳ ໂດຍບໍ່ຕ້ອງອອກຈາກປະເທດນີ້ ດ້ວຍເງື່ອນໄຂແມ່ນ  ບຸກຄົນເຫຼົ່ານັ້ນຕ້ອງດຳລົງຊີວິດຢູ່ ອາເມລິກາ ຢ່າງໜ້ອຍສຸດ 10 ປີ ແລະ ແຕ່ງງານກັບພົນລະເມືອງ ອາເມລິກາ ຖືກຕ້ອງຕາມກົດໝາຍ, ພ້ອມທັງປະກອບຄົບທຸກເອກະສານຕາມນິຕິກຳທີ່ກ່ຽວຂ້ອງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ປະ​ກາດລັດ​ຖະ​ບັນ​ຍັດ ສ້າງ​ເງື່ອນ​ໄຂ​ໃຫ້​ຫຼາຍກວ່າ 500.000 ຄົນ​ເຂົ້າ​ຕັ້ງ​ຖິ່ນ​ຖານ​ຢູ່ ອາ​ເມ​ລິ​ກາ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ - ảnh 1ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ ວໍຊິງຕັນ ເພື່ອຮຽກຮ້ອງໃຫ້ປະຕິຮູບກົດໝາຍວ່າດ້ວຍການເຂົ້າຕັ້ງຖິ່ນຖານ (ພາບ: Getty)

ວັນທີ 18 ມິຖຸນາ, ອຳນາດການປົກຄອງທ່ານປະທານາທິບໍດີ Joe Biden ປະກາດລັດຖະບັນຍັດອະນຸຍາດໃຫ້ຜູ້ເປັນເມຍ ຫຼື ຜົວ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 21 ປີ ສາມາດລົງທະບຽນກາຍເປັນຜູ້ພັກປະຈຳຢູ່ ອາເມລິກາ ໂດຍບໍ່ຈຳເປັນຕ້ອງມີໜັງສືຢັ້ງຢືນວ່າເປັນພົນລະເມືອງ ອາເມລິກາ. ເລື່ອງກາຍເປັນຜູ້ພັກປະຈຳນັ້ນ ຈະຊ່ວຍໃຫ້ຜູ້ເຂົ້າຕັ້ງຖິ່ນຖານ ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ.

        ຕາມກົດໝາຍສະຫະລັດ ອາເມລິກາ ແລ້ວ, ຜູ້ເຂົ້າຕັ້ງຖິ່ນຖານ ບໍ່ມີໜັງສື ແລະ ແຕ່ງງານກັບພົນລະເມືອງ ອາເມລິກາ ຈະຕ້ອງເຮັດທະບຽນຂໍຍົກເວັ້ນການເນລະເທດ ກ່ອນທີ່ຈະລົງທະບຽນກາຍເປັນຜູ້ພັກປະຈຳຢ່າງຖືກຕ້ອງຕາມກົດໝາຍ. ບຸກຄົນດັ່ງກ່າວອາດຈະຕ້ອງອອກຈາກ ອາເມລິກາ ໃນຂະນະທີ່ລໍຖ້າການອະນຸມັດຜ່ານ ແລະ ສິ່ງດັ່ງກ່າວ ອາດຈະສົ່ງຜົນກະທົບຕໍ່ຄອບຄົວ ກໍຄື ວຽກເຮັດງານທຳຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ຕາມລັດຖະບັນຍັດທີ່ຫາກໍ່ປະກາດນັ້ນຜູ້ເປັນຜົວ ຫຼື ເມຍຂອງພົນລະເມືອງ ອາເມລິກາ ຈະໄດ້ລົງທະບຽນກາຍເປັນຜູ້ພັກປະຈຳ ໂດຍບໍ່ຕ້ອງອອກຈາກປະເທດນີ້ ດ້ວຍເງື່ອນໄຂແມ່ນ  ບຸກຄົນເຫຼົ່ານັ້ນຕ້ອງດຳລົງຊີວິດຢູ່ ອາເມລິກາ ຢ່າງໜ້ອຍສຸດ 10 ປີ ແລະ ແຕ່ງງານກັບພົນລະເມືອງ ອາເມລິກາ ຖືກຕ້ອງຕາມກົດໝາຍ, ພ້ອມທັງປະກອບຄົບທຸກເອກະສານຕາມນິຕິກຳທີ່ກ່ຽວຂ້ອງ. ວິວັດການຈົດທະບຽນ ຈະເລີ່ມແຕ່ທ້າຍລະດູຮ້ອນປີນີ້. ມີປະມານ 550.000 ຄົນ ໄດ້ຊົມໃຊ້ຜົນປະໂຫຍດຈາກລັດຖະບັນຍັດສະບັບນີ້.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ