ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຮັກ​ສາ​ຂໍ້​ຕົກ​ລົງ​ຖອນກຳ​ລັງອາ​ເມ​ລິ​ກາອອກ​ຈາກອາບ​ກາ​ນິດ​ສະ​ຖານ​ໄວ້

(VOVWORLD) -ທ່ານປະທານາທິບໍດີ Joe Biden ກໍ່ຍອມຮັບວ່າການລົ້ມລະລາຍຂອງອຳນາດການປົກຄອງອາບການິດສະຖານໄດ້ເກີດຂຶ້ນໄວກ່ວາການຄາດຄະເນ, ພ້ອມທັງໃຫ້ຮູ້ວ່າ “ອາເມລິກາໄດ້ສ້າງທຸກກາລະໂອກາດເພື່ອໃຫ້ເຂົາເຈົ້າກຳນົດອະນາຄົດຂອງຕົນ, ແຕ່ບໍ່ສາມາດໃຫ້ເຂົາເຈົ້າເຈດຈຳນົງຕໍ່ສູ້ເພື່ອອະນາຄົດດັ່ງກ່າວ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຮັກ​ສາ​ຂໍ້​ຕົກ​ລົງ​ຖອນກຳ​ລັງອາ​ເມ​ລິ​ກາອອກ​ຈາກອາບ​ກາ​ນິດ​ສະ​ຖານ​ໄວ້ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: REUTERS)

ວັນທີ 16 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮັກສາຂໍ້ຕົກລົງຖອນບັນດາກຳລັງອາເມລິກາ ອອກຈາກ ອາບການິດສະຖານ. ໃນບົດກ່າວປາໄສທີ່ໄດ້ຖ່າຍທອດສົດທາງສະຖານນີໂທລະພາບ ຈາກທຳນຽບຂາວພາຍຫຼັງກຳລັງ ຕາລີບານ ຢຶດເອົາສິດຄວບຄຸມນະຄອນຫຼວງ Kabul, ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ: ຂ້າພະເຈົ້າສະໜັບສະໜູນຂໍ້ຕົກລົງຂອງຕົນຢ່າງເດັດຂາດ. ພາຍຫຼັງ 20 ປີ, ຂ້າພະເຈົ້າຕ້ອງຍອມຮັບຄວາມຈິງວ່າບໍ່ມີຈຸດເວລາໃດແມ່ນເໝາະສົມໃຫ້ແກ່ການຖອນບັນດາກຳລັງ ອາເມລິກາອອກຈາກອາບການິດສະຖານ”.

ທ່ານປະທານາທິບໍດີ Joe Biden ກໍ່ຍອມຮັບວ່າການລົ້ມລະລາຍຂອງອຳນາດການປົກຄອງອາບການິດສະຖານໄດ້ເກີດຂຶ້ນໄວກ່ວາການຄາດຄະເນ, ພ້ອມທັງໃຫ້ຮູ້ວ່າ “ອາເມລິກາໄດ້ສ້າງທຸກກາລະໂອກາດເພື່ອໃຫ້ເຂົາເຈົ້າກຳນົດອະນາຄົດຂອງຕົນ, ແຕ່ບໍ່ສາມາດໃຫ້ເຂົາເຈົ້າເຈດຈຳນົງຕໍ່ສູ້ເພື່ອອະນາຄົດດັ່ງກ່າວ.

 ທ່ານປະທານາທິບໍດີ Joe Biden ກໍ່ກ່າວເຕືອນກຳລັງ ຕາລີບານບໍ່ໄດ້ກໍ່ຄວາມວຸ້ນວາຍ ຫຼືນາບຂູ່ເຖິງວຽກງານຍົກຍ້າຍນັກການທູດອາເມລິກາ ນັບພັນຄົນທີ່ພວມເດີນທາງໄປຍັງສະໜາມບິນສາກົນ Kabul ແລະ ເນັ້ນໜັກວ່າ ອາເມລິກາຈະໂຕ້ຕອບຢ່າງໄວວາ ແລະ ແຮງຕໍ່ບໍ່ວ່າການບຸກໂຈມຕີໃດ ເພື່ອປົກປ້ອງໃຫ້ແກ່ປະຊາຊົນຂອງຕົນກໍ່ຄືຊາວອາບການິດສະຖານທີ່ໄດ້ໜູນຊ່ວຍອາເມລິກາ. ທ່ານປະທານາທິບໍດີ Joe Biden ກໍ່ໃຫ້ຄຳໝັ້ນສັນຍາອອກສຽງປົກປ້ອງບັນດາສິດພື້ນຖານໃຫ້ແກ່ຊາວ ອາບການິດສະຖານ, ຂອງແມ່ຍິງ ແລະ ເດັກຍິງພາຍໃຕ້ສິດຂອງອຳນາດການປົກຄອງຊຸດໃໝ່ຢູ່ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ