ທ່ານປະທານາທິບໍດີ V.Putin ຢືນຢັນບັນດາປະເທດຝ່າຍຕາເວັນຕົກບໍ່ສາມາດປິດລ້ອມ ລັດເຊຍ ໄດ້

(VOVWORLD) -ຕາມທ່ານ Vladimir Putin ແລ້ວ, ມົດສະກູ ຈະເຮັດວຽກກັບບັນດາຄູ່ຮ່ວມມືມີຄວາມປາດຖະໜາເຊັນດຽວກັນທີ່ຢາກຮ່ວມມືກັບປະເທດນີ້.
ທ່ານປະທານາທິບໍດີ V.Putin ຢືນຢັນບັນດາປະເທດຝ່າຍຕາເວັນຕົກບໍ່ສາມາດປິດລ້ອມ ລັດເຊຍ ໄດ້ - ảnh 1
(ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ໜ້ານັກຊ່ຽວຊານພວມເຮັດວຽກຢູ່ສະໜາມບິນອາວະກາດ Vostochny, ເຂດ Amur, ໃນວັນທີ 12 ເມສາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ເນັ້ນໜັກວ່າ, ປະເທດ ລັດເຊຍ ຈະບໍ່ຖືກປິດລ້ອມ ແລະ ໃນໂລກປະຈຸບັນ, ບໍ່ມີປະເທດໃດສາມາດປິດລ້ອມປະເທດໃດໜຶ່ງ ແລະ ບໍ່ສາມາດປິດລ້ອມປະເທດໃຫຍ່ຄື ລັດເຊຍ ໄດ້. ຍ້ອນເຫດນັ້ນ, ຕາມທ່ານ Vladimir Putin ແລ້ວ, ມົດສະກູ ຈະເຮັດວຽກກັບບັນດາຄູ່ຮ່ວມມືມີຄວາມປາດຖະໜາເຊັນດຽວກັນທີ່ຢາກຮ່ວມມືກັບປະເທດນີ້.

        ການນຳ ລັດເຊຍ ຢືນຢັນວ່າ ດ້ວຍບັນດາເຕັກໂນໂລຊີກ້າວໜ້າ, ລັດເຊຍ ຈະພັດທະນາໂຄງການອາວະກາດຮອດປີ 2030. ນອກນັ້ນ, ທ່ານປະທານາທິບໍດີ Vladimir Putin ຍັງໃຫ້ຮູ້ຕື່ມອີກວ່າ ລັດເຊຍ ຈະຮ່ວມມືກັບ ເບລາຣຸດ ເພື່ອປະຕິບັດບາງໂຄງການໃຫຍ່ກ່ຽວກັບການຜະລິດ ແລະ ຍິງຍານອາວະກາດພິເສດເພື່ອສຳຫຼວດໜ່ວຍພິພົບ. ການນຳ ລັດເຊຍ ໃຫ້ຮູ້ວ່າ, ມົດສະກູ     ຈະຍິງຍານອາວະກາດສຳຫຼວດດວງຈັນໃນໄຕມາດທີ 3 ປີນີ້ ແລະ ເພີ່ມທະວີການຮ່ວມມືກັບ ເບລາຣຸດ ໃນຂົງເຂດເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງອາວະກາດ, ຜ່ານນັ້ນຮັບປະກັນໃຫ້ 2 ປະເທດມີເອກະລາດໃນຂົງເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ