ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron ​ເຈລະ​ຈາທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ຄົນ​ໃໝ່

(VOVWORLD) - ນີ້ແມ່ນການເຈລະຈາຄັ້ງທຳອິດ ລະຫວ່າງ ທ່ານ Joe Biden ແລະ ທ່ານ Emmanuel Macron ນັບແຕ່ເວລາທ່ານ Joe Biden ຮັບດຳລົງຕຳແໜ່ງປະນາທິບໍດີ  ອາເມລິກາຢ່າງເປັນທາງການໃນວັນທີ 20 ມັງກອນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron ​ເຈລະ​ຈາທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ຄົນ​ໃໝ່ - ảnh 1ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: Twitter/Emmanuel Macron)

ໃນຖະແຫຼງການສື່ມວນຊົນວັນທີ 24 ມັງກອນ, ທຳນຽບປະທານາທິບໍດີຝລັ່ງ ໃຫ້ຮູ້ວ່າ ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ມີການເຈລະຈາທາງໂທລະສັບກັບທ່ານ ປະທານາທິບໍດີ ອາເມລິກາ Joe Biden ໃນວັນດຽວກັນ. ນີ້ແມ່ນການເຈລະຈາຄັ້ງທຳອິດ ລະຫວ່າງ ທ່ານ Joe Biden ແລະ ທ່ານ Emmanuel Macron ນັບແຕ່ເວລາທ່ານ Joe Biden ຮັບດຳລົງຕຳແໜ່ງປະນາທິບໍດີ  ອາເມລິກາຢ່າງເປັນທາງການໃນວັນທີ 20 ມັງກອນ.

        ທີ່ການເຈລະຈາທາງໂທລະສັບ, ການນຳອາເມລິກາ ແລະ ຝລັ່ງໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບວິໄສທັດຕໍ່ກັບສິ່ງທ້າທາຍຫຼາຍຝ່າຍ, ຄືບັນດາການວິກິດການ ແລະ ຄວາມໝັ້ນຄົງ ສາກົນ. ການນຳສອງທ່ານຢັ້ງຢືນ ຈະຕັດສິນໃຈກະທຳລວມໃນຂອບເຂດອົງການອະນາໄມໂລກ, ພິເສດແມ່ນໃນການໜູນຊ່ວຍບັນດາປະເທດທຸກຍາກຮັບມືກັບໂລກລະບາດໂຄວິດ - 19, ພ້ອມກັນກະທຳເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ, ພິເສດແມ່ນບັນຫານິວເຄຼຍອີຣານ ແລະ ສະພາບການຢູ່ລີບີ.

ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ