ທ່ານປະທານາທິບໍດີ ຟີລິບປິນ ຄິດໄລ່ຊັ່ງຊາຈັດວາງກົດໄອຍະການເສິກໃນທົ່ວປະເທດ

(VOVWORLD) - ວັນທີ 24 ພຶດສະພາ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໃຫ້ຮູ້ວ່າ ທ່ານພວມຄິດໄລ່ຊັ່ງຊາການຈັດວາງກົດໄອຍະການເສິກຢູ່ເຂດ Visaya, ພາກກາງ ຟີລິບປິນ ຍ້ອນເຂດນີ້ໃກ້ກັບ Mindanao. ທ່ານໄດ້ເຕື້ອງເຖິງຄວາມສາມາດຈັດວາງດຳລັດນີ້ຢູ່ Luzon ທາງພາກເໜືອ ຟີລິບປິນ, ໃນນັ້ນມີນະຄອນຫຼວງ ມານີລາ. 
ທ່ານປະທານາທິບໍດີ ຟີລິບປິນ ຄິດໄລ່ຊັ່ງຊາຈັດວາງກົດໄອຍະການເສິກໃນທົ່ວປະເທດ - ảnh 1ພາບປະກອບ 

ຕາມທ່ານປະທານາທິບໍດີ Duterte ແລ້ວ, ຖ້າຫາກ IS ໄປຮອດ Luzon, ໝາຍຄວາມວ່າລັດທິກໍ່ການຮ້າຍພວມຫຍັບມໍ່ເຂົ້າ ແລະ ທ່ານອາດຈະຖະແຫຼງກົດໄອຍະການເສິກໃນທົ່ວປະເທດເພື່ອປົກປ້ອງປະຊາຊົນ. ທ່ານປະທານາທິບໍດີ Duterte ຊີ້ແຈ້ງວ່າ ກົດໄອຍະການເສິກຂອງທ່ານຈະອະນຸຍາດໃຫ້ ກຳລັງປ້ອງກັນຄວາມສະຫງົບ ກວດກາ ແລະ ຈັບຕົວໂດຍບໍ່ຕ້ອງມີໝາຍຈັບ. ປະຈຸບັນ, ກຳລັງຕຳຫຼວດແຫ່ງຊາດ ຟີລິບປິນ ພວມຖືກຈັດວາງໃນສະພາບການສຸກເສີນໃນທົ່ວປະເທດ ແລະ ບັນດາຜູ້ບັນຊາການກົມກອງຕ່າງໆໄດ້ຮັບຄຳສັ່ງເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ບັນດາຮາກຖານສຳຄັນ ກໍ່ຄືໃນບັນດາສະຖານທີ່ສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ