ທ່ານປະທານາທິບໍດີ ມົງໂກນ ເລີ່ມຕົ້ນຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) - ການຢ້ຽມຢາມຈະເລີ່ມແຕ່ວັນທີ 01 – 05 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ຫວໍວັນເຖືອງ.
ທ່ານປະທານາທິບໍດີ ມົງໂກນ ເລີ່ມຕົ້ນຢ້ຽມຢາມທາງລັດຖະກິດ ຫວຽດນາມ  - ảnh 1ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ
(ພາບ: TTXVN)

        ຕອນບ່າຍວັນທີ 01 ພະຈິກ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ມົງໂກນ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ. ການຢ້ຽມຢາມຈະເລີ່ມແຕ່ວັນທີ 01 – 05 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ຫວໍວັນເຖືອງ.

        ກ່ອນການຢ້ຽມຢາມຄັ້ງນີ້, ທ່ານ Ukhnaagiin Khurelsukh ໄດ້ເຄີຍມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່ພັກປະຊາຊົນ ມົງໂກນ (ເດືອນ ມັງກອນ 2010).

ຕອບກັບ

ຂ່າວ/ບົດ​ອື່ນ