ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ປະ​ກາດ ຢູ​ແກຼນ ຈະ​ບໍ່​​ເປັນ​ສະ​ມາ​ຊິກ​ຂອງ NATO

(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖະແຫຼງວ່າ ຮອດເວລາແລ້ວທີ່ຕ້ອງຍອມຮັບວ່າ ປະເທດນີ້ຈະບໍ່ເປັນສະມາຊິກຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO).
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ປະ​ກາດ ຢູ​ແກຼນ ຈະ​ບໍ່​​ເປັນ​ສະ​ມາ​ຊິກ​ຂອງ NATO - ảnh 1 ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  (ພາບ: AFP/TTXVN)

ວັນທີ 15 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖະແຫຼງວ່າ ຮອດເວລາແລ້ວທີ່ຕ້ອງຍອມຮັບວ່າ ປະເທດນີ້ຈະບໍ່ເປັນສະມາຊິກຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ທ່ານປະທານາທິບໍດີ ຢູແກຼນ Zelensky ໄດ້ຍົກອອກຖະແຫຼງການດັ່ງກ່າວ ໃນຂະນະທີ່ກ່າວຄຳປາໄສຢູ່ທີ່ກອງປະຊຸມກັບບັນດາການນຳຂອງກຳລັງທະຫານສູ້ຮົບທາງໄກ (JEF) ໂດຍ ອັງກິດ ນຳພາ. ທ່ານ Zelensky ເນັ້ນໜັກວ່າ ຢູແກຼນ ຄວນຊອກຫາຮູບການຮ່ວມມືໃໝ່ກັບຝ່າຍຕາເວັນຕົກ ແລະ ຮັບປະກັນຄວາມໝັ້ນຄົງ.

        ກ່ຽວຂ້ອງເຖິງບັນຫາ ຢູແກຼນ, ໃນວັນດຽວກັນ, ທ່ານ Vassily Nebenzia ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ປະເທດນີ້ຈະຍົກອອກຮ່າງມະຕິວ່າດ້ວຍສະພາບການມະນຸດສະທຳຢູ່ ຢູແກຼນ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ Vassily Nebenzia ກໍເນັ້ນໜັກວ່າ ລັດເຊຍ ຈະຢຸດຕິບັ້ນການທະຫານພິເສດຢູ່ ຢູແກຼນ ໃນຂະນະທີ່ບັນດາເປົ້າຂອງບັ້ນຮົບນີ້ໄດ້ປະຕິບັດສຳເລັດແລ້ວ, ໃນນັ້ນ ມີທັງເລື່ອງຫັນເປັນການປອດການທະຫານ.


ຕອບກັບ

ຂ່າວ/ບົດ​ອື່ນ