ທ່ານປະທານາທິບໍດີ ລັດເຊຍ ຖະແຫຼງຈະເພີ່ມທະວີບັນດາກຳລັງປະກອບອາວຸດ

(VOVWORLD) -ວັນທີ 21 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ຈະເພີ່ມທະວີບັນດາກຳລັງປະກອບອາວຸດຂອງປະເທດນີ້ຕື່ມອີກ.
ທ່ານປະທານາທິບໍດີ ລັດເຊຍ ຖະແຫຼງຈະເພີ່ມທະວີບັນດາກຳລັງປະກອບອາວຸດ - ảnh 1(ພາບປະກອບ: TTXVN)

ໃນຖະແຫຼງການອອກອາກາດທາງໂທລະພາບ, ທ່ານປະທານາທິບໍດີ Vladimir Putin ຊີ້ແຈ້ງວ່າ: ລັດເຊຍ ຈະສືບຕໍ່ພັດທະນາ ແລະ ເພີ່ມທະວີບັນດາກຳລັງປະກອບອາວຸດ ໂດຍພິຈາລະນາເຖິງບັນດາໄພນາບຂູ່ ແລະ ຄວາມສ່ຽງບົ່ມຊ້ອນດ້ານການທະຫານ. ການນຳລັດເຊຍ ໃຫ້ຮູ້ຕື່ມອີກວ່າ, Sarmat - ລູກສອນໄຟນຳວິຖີຂ້າມທະວີບເຊິ່ງຫາກໍ່ທົດລອງສຳເລັດ, ຈະໄດ້ປະກອບໃຫ້ກອງທັບປະເທດນີ້ໃນທ້າຍປີ 2022. ລູກສອນໄຟດັ່ງກ່າວສາມາດບັນຈຸ 15 ຫົວນິວເຄຼຍ.

        ໃນວັນດຽວກັນ, ທ່ານເລຂາສະພາຄວາມໝັ້ນຄົງລັດເຊຍ Nikolai Patrushev ກ່າວເຕືອນວ່າ ສະຫະພາບເອີລົບ ແລະ ລິດວາ, ປະເທດສະມາຊິກໃນ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ກ່ຽວກັບຜົນເສຍຫາຍຕາມມາຢ່າງຮ້າຍແຮງ ເມື່ອ ລິດວາ ເກືອດຫ້າມການຂົນສົ່ງສິນຄ້າຂອງລັດເຊຍ ນອນໃນບັນຊີລາຍຊື່ຫ້າມຂອງ ອີຢູ ຜ່ານດິນແດນຂອງປະເທດນີ້ ໄປເຖິງ Kaliningrad.

        ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງພາກພື້ນຢູ່ Kaliningrad, ທ່ານ Nikolai Patrushev ຊີ້ແຈ້ງວ່າ ແນ່ນອນວ່າ ລັດເຊຍ ຈະໂຕ້ຕອບບັນດາການກະທຳຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ