ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ແບ່ງ​​ປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ໄຟ​ໄໝ້​ຢູ່​ໂບດ

(VOVWORLD) -ຕາມການລາຍງານຫຼ້າສຸດຂອງກະຊວງສາທາລະນະສຸກ ອີຢິບ ແລ້ວ, ເຫດໄຟໄໝ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 41 ຄົນ ແລະ ຮັບບາດເຈັບ 14 ຄົນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ແບ່ງ​​ປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ໄຟ​ໄໝ້​ຢູ່​ໂບດ - ảnh 1ສະຖານທີ່ເກີດເຫດ (ພາບ: AJA Egypt)

ວັນທີ 14 ສິງຫາ, ໃນເວັບໄຊສ່ວນຕົວຂອງຕົນ, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ຖືກເສຍຊີວິດໃນເຫດໄຟໄໝ້ທີ່ເກີດຂຶ້ນຢູ່ໂບດ Abu Sifine ຢູ່ ເມືອງ Imbaba, ນະຄອນ Giza. ການນຳ ອີຢິບ ຢັ້ງຢືນວ່າ ໄດ້ລະດົມທຸກອົງການ, ຄະນະ, ຂະແໜງການຂອງລັດຖະບານ ເພື່ອຮັບປະກັນປະຕິບັດທຸກມາດຕະການທີ່ຈຳເປັນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ.

ກ່ຽວຂ້ອງເຖິງເຫດໄຟໄໝ້, ກຳລັງດັບເພີງ ອີຢິບ ບໍ່ສາມາດຄວບຄຸມເຫດໄຟໄໝ້ໄດ້. ຕາມການລາຍງານຫຼ້າສຸດຂອງກະຊວງສາທາລະນະສຸກ ອີຢິບ ແລ້ວ, ເຫດໄຟໄໝ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 41 ຄົນ ແລະ ຮັບບາດເຈັບ 14 ຄົນ. ອົງການໄອຍະການກຳລັງສືບສວນ ແລະ ຈັດສົ່ງພະນັກງານລົງໄປສະຖານທີ່ເກີດເຫດເພື່ອຢັ້ງຢືນສາຍເຫດ.


ຕອບກັບ

ຂ່າວ/ບົດ​ອື່ນ