ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ກຸ່ມ 4 ປະ​ເທດ

(VOVWORLD) -ການນຳຂອງກຸ່ມ 4 ປະເທດຈະປຶກສາຫາລືບັນຫາເພີ່ມທະວີການພົວພັນ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລວມມີການຮັບມືກັບໂລກລະບາດໂຄວິດ - 19, ຮັບມືກັບວິກິດການປ່ຽນແປງດິນຟ້າອາກາດ, ແລະ ການສ້າງການພົວພັນຄູ່ຮ່ວມມືໃນບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ກຸ່ມ 4 ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນYoshihide Suga , ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ:AP)

ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເປັນປະທານກອງປະຊຸມທາງໄກ ຄັ້ງທຳອິດຂອງການນຳກຸ່ມ 4 ປະເທດໃນອາທິດໜ້າໃນ ໄລຍະເວລາດຳເນີນກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິກຢອກ, ປະເທດ ອາເມລິກາ. ນອກຈາກທ່ານປະທານາທິບໍດີ ອາເມລິກາ, ກອງປະຊຸມຈະມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ, ຄາດວ່າ ຈະດຳເນີນໃນວັນທີ 24 ກັນຍາ. ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອຳນາດການປົກຄອງ ປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ການເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເປັນການສະແດງໃຫ້ເຫັນບຸລິມະສິດ ຂອງ ອາເມລິກາ ໃນການແຊກແຊງເຂົ້າພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ລວມມີການຮັບຮອງເອົາບັນດາກົນໄກຫຼາຍຝ່າຍໃໝ່ ເພື່ອຮັບມືກັບບັນດາສິ່ງທ້າທາຍຂອງສະຕະວັດທີ 21. ການນຳຂອງກຸ່ມ 4 ປະເທດຈະປຶກສາຫາລືບັນຫາເພີ່ມທະວີການພົວພັນ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລວມມີການຮັບມືກັບໂລກລະບາດໂຄວິດ - 19, ຮັບມືກັບວິກິດການປ່ຽນແປງດິນຟ້າອາກາດ, ແລະ ການສ້າງການພົວພັນຄູ່ຮ່ວມມືໃນບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ເຄືອຂ່າຍອິນເຕີແນັດກໍ່ຄືຊຸກຍູ້ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ