ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ໄປ​ຢ້ຽມ​ຢາມ ຝ​ລັ່ງ

(VOVWORLD) - ວັນທີ 30 ພຶດສະພາຕາມແຈ້ງການຂອງທຳນຽບຂາວ ( ອາເມລິກາ) ແລະ ຫ້ອງວ່າການປະທານາທິບໍດີ ຝລັ່ງແລ້ວ, , ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປຢ້ຽມຢາມຝລັ່ງໃນລະຫວ່າງວັນທີ 5 - 9 ມິຖຸນາຈະມາເຖິງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຈະ​ໄປ​ຢ້ຽມ​ຢາມ ຝ​ລັ່ງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ Joe Biden (ພາບ: Le Monde)

ໃນນັ້ນ, ຄາດວ່າ, ວັນທີ 8 ມິຖຸນາ, ຢູ່ປາຣີ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ເປັນເຈົ້າພາບພິທີຕ້ອນຮັບການຢ້ຽມຢາມ ຝລັ່ງທາງລັດຖະກິດຂອງທ່ານປະທານາທິບໍດີ Joe Biden ແລະ ພັນລະຍາ.  ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຄາດວ່າ ຈະແລກປ່ຽນກັບຄູ່ຮ່ວມຕຳແໜ່ງອາເມລິກາ ກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ອາວະກາດ ແລະ ນິວເຄຼຍ. ການນຳສອງປະເທດ ຝລັ່ງ - ອາເມລິກາ ກໍ່ຈະປຶກສາຫາລືກ່ຽວກັບການສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາທົ່ວໂລກ, ກະກຽມເນື້ອໃນ ໃຫ້ບັນດາເຫດການສາກົນທີ່ຈະດຳເນີນໃນໄລຍະໃກ້ໆນີ້, ເປັນຕົ້ນແມ່ນກອງປະຊຸມສຸດຍອດ G7 ຢູ່ ອີຕາລີ ໃນກາງເດືອນມິຖຸນາ ແລະ ກອງປະຊຸມສຸດຍອດ NATO ຢູ່ ອາເມລິກາ ໃນເດືອນກໍລະກົດ.

ແຈ້ງການຂອງທຳນຽບຂາວເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ ແມ່ນເພື່ອແນໃສ່ສ່ອງແສງການພົວພັນຍາວນານ ແລະ ຮອບດ້ານລະຫວ່າງສອງປະເທດພັນທະມິດ ທີ່ຍາວນານ ກໍ່ຄືບັນດາຄຸນຄ່າປະຊາທິປະໄຕ, ການພົວພັນເສດຖະກິດ, ການຮ່ວມມືດ້ານການທະຫານ ແລະ ຄວາມໝັ້ນຄົງລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ