ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin

(VOVWORLD) -  ວັນທີ 13 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden  ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: BBC)

   ນີ້ແມ່ນການເຈລະຈາທາງໂທລະສັບຄັ້ງທີ 2 ລະຫວ່າງປະມຸກລັດສອງປະເທດ ນັບແຕ່ເມື່ອທ່ານ Biden ດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາໃນເດືອນ ມັງກອນ ຜ່ານມາ. ຕາມແຈ້ງການຂອງທຳນຽບຂາວແລ້ວ, ການນຳສອງປະເທດ ໄດ້ປຶກສາຫາລືກ່ຽວກັບບາງບັນຫາໃນພາກພື້ນ ແລະ ສາກົນ, ລວມທັງເຈດຈຳນົງຂອງ ອາເມລິກາ ແລະ ລັດເຊຍ ເດີນຕາມປະຕິບັດການເຈລະຈາ, ສ້າງສະຖຽນລະພາບທາງດ້ານຍຸດທະສາດກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງ ເຊິ່ງຫາກໍ່ພົ້ນເດັ່ນຂຶ້ນ, ອີງໃສ່ການຕໍ່ກຳນົດສົນທິສັນຍາຄວບຄຸມອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ທ່ານປະທານາທິບໍດີ Joe Biden ຊີ້ແຈ້ງວ່າ ອາເມລິກາ ຈະກະທຳຢ່າງຂ້ຽວຂາດ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງຕົນ ຕໍ່ໜ້າບັນດາການກະທຳຂອງ ລັດເຊຍ ແລະ ເນັ້ນໜັກເຖິງຄຳໝັ້ນສັນຍາທີ່ສະເໝີຕົ້ນສະເໝີປາຍຂອງ ອາເມລິກາ ສຳລັບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ. ທ່ານ Joe Biden ກໍສະແດງຄວາມວິຕົກກັງວົນຕໍ່ເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ແຫຼມ Crimea ແລະ ເຂດຊາຍແດນຕິດກັບ ຢູແກຼນ ຢ່າງກະທັນຫັນ, ພ້ອມທັງຮຽກຮ້ອງໃຫ້ ລັດເຊຍ ຫຼຸດຜ່ອນການກໍ່ຄວາມເຄັ່ງຕຶງ.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ