ທ່ານປະທານາທິບໍດີ ອາເມລິກາ ຢ້ຽມຢາມ ອີຣັກ ໂດຍບັງເອີນ

(VOVWORLD) - ຕົວທ່ານເອງຢາກຖອນກຳລັງທະຫານ ອາເມລິກາ ຈາກ ຊີຣີ ກັບເມືອປະເທດ ແລະ ອາດຈະນຳໃຊ້ ອີຣັກ ເປັນຖານທີ່ໝັ້ນເພື່ອດຳເນີນບັນດາການບຸກໂຈມຕີຕ້ານທະຫານກະບົດ IS...
ທ່ານປະທານາທິບໍດີ ອາເມລິກາ ຢ້ຽມຢາມ ອີຣັກ ໂດຍບັງເອີນ - ảnh 1 ພາບປະກອບ

ວັນທີ 26 ທັນວາ, ທ່ານນາງ Sarah Sanders, ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ມີການຢ້ຽມຢາມ ອີຣານ ໂດຍບໍ່ມີການແຈ້ງໃຫ້ຮູ້ລ່ວງໜ້າ. ທ່ານປະທານາທິບໍດີ Trump ພ້ອມກັບພັນລະຍາຂອງຕົນແມ່ນທ່ານນາງ Melania Trump ໄດ້ໄປຢ້ຽມຢາມຖານທີ່ໝັ້ນກອງທັບອາກາດ Al Asad ຢູ່ ອີຣັກ. ນີ້ແມ່ນການຢ້ຽມຢາມຖານທີ່ໝັ້ນຂອງ ອາເມລິກາ ຢູ່ ຕາເວັນອອກກາງ ຄັ້ງທຳອິດຂອງທ່ານ Donald Trump ໃນຖານະຕຳແໜ່ງເປັນປະທານາທິບໍດີຂອງ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນການຢ້ຽມຢາມໂດຍບັງເອີນນີ້, ທ່ານປະທານາທິບໍດີ Trump ໄດ້ຢັ້ງຢືນວ່າ ທ່ານບໍ່ມີແຜນການຖອນກຳລັງທະຫານອອກຈາກ ອີຣັກ. ທ່ານໃຫ້ຮູ້ວ່າ, ຕົວທ່ານເອງຢາກຖອນກຳລັງທະຫານ ອາເມລິກາ ຈາກ ຊີຣີ ກັບເມືອປະເທດ ແລະ ອາດຈະນຳໃຊ້ ອີຣັກ ເປັນຖານທີ່ໝັ້ນເພື່ອດຳເນີນບັນດາການບຸກໂຈມຕີຕ້ານທະຫານກະບົດ IS ເມື່ອມີຄວາມຈຳເປັນ. ຕາມທ່ານ Trump ແລ້ວ, ອາເມລິກາ ອາດຈະບຸກໂຈມຕີ IS  “ທັງໄວ ແລະ ແຮງທີ່ສຸດ” ຈົນຮອດຂັ້ນທີ່ເຮັດໃຫ້ພວກທະຫານກະບົດນີ້ “ບໍ່ຮູ້ວ່າເລື່ອງຫຍັງເກີດຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ