ທ່ານປະທານາທິບໍດີ ອາເມເນຍ Serzh Asrgsyan ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານປະທານາທິບໍດີ ອາເມເນຍ Serzh Asrgsyan ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
ຕ້ອນຮັບ​​ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ
( ພາບ: chinhphu.vn )


( vovworld ) -   ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​ເຊີນ​​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ​ວັນ​ທີ 8/6, ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​.​ ພິທີ​ຕ້ອນຮັບ​​ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 8/6, ຢູ່​ທີ່​ຮ່າ​ໂນ້ຍ. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ທ່ານ​ປະທານາທິບໍ​ດີ Serzh Sargsyan ​ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງ​​ໆ​ຂອງສອງ​ປະ​ເທດ ​ແລະ ​ເປັນ​ເອກະສັນ​ນຳ​ກັນ​ບັນດາທິດ​ທາງ, ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນຄື ຄວນ​ ​ລົງ​ນາມ​ໃນ​ບັນດາ​ສັນຍາ, ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ, ສ້າງ​ຕັ້ງ​ກົນ​ໄກ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ ​ແລະ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ... ​ໂດຍ​ໄວ. ທ່ານ​ປະທານ​ປະ​ເທດ​ Truong Tan Sang ​ແລະ ທ່ານປະທານາທິບໍ​ດີ Serzh Sargsyan ​ໄດ້​ອະ​ນຸມັດ​ຜ່ານ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ການ​ນຳ​ສອງ​ທ່ານ ​ໄດ້​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​​ເອກະສານ​ຮ່ວມ​ມືຕ່າງໆ​ໃນຂົງ​ເຂດ​ເສດຖະກິດ ການ​ຄ້າ ​ແລະ ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ຍົກ​ເລີກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນທາງ​ການ​ທູດ ​ແລະ ທາງ​ລັດ​ຖະບານ, ການຮ່ວມ​ມື​ລະຫວ່າງສອງ​ກະຊວງ​ການ​ຕ່າງປະ​ເທດ.

        ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ​ອາ​ເມ​ເນຍ Serzh Sargsyan ​​ໄດ້​ເວົ້າ​ວ່າ.

        “ ​ໃນ​ປີ 2012 ນີ້, ສອງ​ປະ​ເທດ​ໄດ້​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ. ຂ້າພະ​ເຈົ້າ ​ແລະ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ລ້ວນ​ແຕ່​ຖື​ວ່າ ນີ້​ແມ່ນ​ພື້ນຖານໝັ້ນ​ແກ່ນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ທັງ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ. ​ເພາະ​ສະ​ນັ້ນ​ ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ຕ້ອງ​ສ້າງ​ກົນ​ໄກ​ຄະນະ​ກຳມາ​ທີການ​ລະຫວ່າງ​ລັດຖະບານ​ໂດຍ​ໄວ. ​ໃນ​ຊຸມ​ເດືອນ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດວັດທະນະທຳ​ມະນຸດ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ. ອາ​ເມ​ເນຍ ຈະ​ພິຈາລະນາ​ສ້າງ​ອົງ​ການຕາງ​ໜ້າທາງ​ການ​ທູດຂອງ​ຕົນ​ຢູ່​ຮ່າ​ໂນ້ຍ ​ແລະ ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ຫວຽດນາມ​ຈະ​ສ້າງ​ອົງການຕາງ​ໜ້າທາງ​ການ​ທູດຢູ່​ອາ​ເມ​ເນຍ ”.


ທ່ານປະທານາທິບໍດີ ອາເມເນຍ Serzh Asrgsyan ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 2
ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung
ພົບ​ປະ​​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Serzh Sargsyan
( ພາບ: .chinhphu.vn )


​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ພົບ​ປະ​​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Serzh Sargsyan. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈ້ງວ່າ ລັດຖະບານ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ຢ່າງຕັ້ງໜ້າ​ ​ເພື່ອ​ນຳ​ການ​ພົວພັນທັດ​ທະນາ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຢ່າງ​ແຮງ​ກວ່າອີກ. ສອງ​ຝ່າຍ​ຈະ​ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ເໝາະ​ສົມ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກນິກ… ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ປາດ​ຖະໜາ​ວ່າ ສອງ​ປະ​ເທດມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ພິ​ເສດ​​ແມ່ນ​ສະຫະ​ປະຊາ​ຊາດ.

ທ່ານ​ປະທານາທິບໍດີອາ​ເມ​ເນຍ Serzh Sargsyan ກໍ​ຢືນຢັນ​ວ່າ ຍາມ​ໃດ ອາ​ເມ​ເນຍ ກໍ​ຖື​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ເປັນ​ສຳຄັນ, ພິ​ເສດ​ປາດ​ຖະໜາ​ຢາກ​ຊຸກຍູ້​ບັນດາ​ການ​ເຄື່​ອນ​ໄຫວ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ; ສະ​ເໜີ​ສອງ​ຝ່າຍ​ສ້າງ​ຕັ້ງ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂໍ້​ມູນຂ່າວ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ.

    ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ກໍ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan . ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າການ​ຢ້ຽມຢາມ​ຂອງທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan ຄັ້ງ​ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ ຂະນະ​ທີ່​ໃນ​ປີ​ນີ້ 2 ປະ​ເທດ​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນທາງ​ການ​ທູດ, ອັນ​​ຈະ​ສ້າງກຳລັງ​ຊຸກຍູ້​ໃໝ່​ແກ່​ການພົວພັນ 2 ຝ່າຍ​ໃນ​ໄລຍະ​ທີ່​ຈະ​ເຖິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ ສະພາ​ແຫ່​ງຊາດ​ຂອງ 2 ປະ​ເທດຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ທາງ​ດ້ານ​ນິຕິບັນຍັດ ພ້ອມ​ທັງ​ສົມທົບ​ກັນຢູ່​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ, ອົງກາ​ນຈັດ​ຕັ້ງ​ສາກົນ. ສະພາ​ແຫ່​ງຊາດ​ຂອງ 2 ປະ​ເທດ ຄວນ​ສົມທົບ​ກັນ​ໃນ​ການ​ກະຕຸກຊຸກຍູ້ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ​ປະຕິບັດ​ສັນ​ຍາ​ທີ່​ໄດ້​ລົງ​ນາມ.

   ສ່ວນທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyanຢືນຢັນ​ວ່າ ການ​ພົ​ວພັນ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ແມ່ນ​ມີຄວາ​ມສຳຄັນ​ພິ​ເສດ​​ເພື່ອ​ເພີ່ມ​ທະວີ​ການ​ພົ​ວພັນ​ດ້ານ​ການ​ທູດ​ລະຫວ່າ​ງ 2 ປ​ະເທດ. ທ່ານ​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ກຸ່ມ​ມິດຕະພາບ ສ.ສ.ຊ ລະຫວ່າງ 2 ປະ​ເທດ ​ເພື່ອ​ເປັນ​ແກ່ນສານ​ແກ່​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍ.

ແລະ​ກໍ​ໃນຕອນ​ບ່າຍ​ວັນ​ດຽວ​ກັນ​ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ Nguyen Phu Trong ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານປະທານາທິບໍດີ Serzh Sargsyan ຢ່າງ​ສະໜິດສະໜົມ.

ຂ່າວ/ບົດ​ອື່ນ