ທ່ານປະທານາທິບໍດີ ເວເນຊູເອລາ ຮ້ອງຟ້ອງ ກຸ່ມຂວາຈັດລະດົມການໃຊ້ຄວາມຮຸນແຮງ ເພື່ອຮັບໃຊ້ບັນດາກໍາລັງພາຍນອກ

(VOVWORLD) -ກົນອຸບາຍກໍ່ລັດຖະປະຫານ ໂດຍທ່ານຫົວໜ້າຝ່າຍຄ້ານ Juan Guaido ປຸກລະດົມ ໃນວັນດຽວກັນ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນການຄົງຕົວຂອງບັນດາກຸ່ມຂວາຈັດ

ໃນບົດກ່າວປາໄສ ເມື່ອວັນທີ 30 ເມສາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖະແຫຼງວ່າ ກົນອຸບາຍກໍ່ລັດຖະປະຫານ ໂດຍທ່ານຫົວໜ້າຝ່າຍຄ້ານ Juan Guaido ປຸກລະດົມ ໃນວັນດຽວກັນ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນການຄົງຕົວຂອງບັນດາກຸ່ມຂວາຈັດ ເຊິ່ງຍາມໃດກໍຊອກຫາວິທີສ້າງຕ້ັງບັນດາເຫດການໃຊ້ຄວາມຮຸນແຮງ ເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງບັນດາກໍາລັງພາຍນອກ.

        ແລະ ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Jorge Arreza ໄດ້ຍົກອອກຄໍາກ່າວຫາວ່າ ອໍານາດການປົກຄອງ ອາເມລິກາ ໄດ້ເຂົ້າຮ່ວມການລະດົມດັ່ງກ່າວ, ອຸປະຖໍາ ແລະ ຢືນຢູ່ເບື້ອງຫຼັງຊຸກຍູ້ກົນອຸບາຍກໍ່ລັດຖະປະຫານ ໂດຍ ທ່ານ Juan Guaido ຫົວໜ້າຝ່າຍຄ້ານນໍາໜ້າ ພ້ອມທັງມີການເຂົ້າຮ່ວມຂອງກຸ່ມພົນທະຫານທໍລະຍົດປະຕິບັດ ເພື່ອແນໃສ່ໂຄ່ນລົ້ມອໍານາດການປົກຄອງທີ່ຖືກຕ້ອງຕາມລັດຖະທໍາມະນູນຂອງທ່ານປະທານາທິບໍດີ Nicolas Maduro.

        ຕໍ່ໜ້າບັນດາການຜັນແປຫຼ້າສຸດ ຢູ່ ເວເນຊູເອລາ, ໃນວັນດຽວກັນ ສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຢູ່ ເວເນຊູເອລາ “ຈົ່ງລະງັບໃຈຢ່າງສຸດຂີດ”. ອີຢູ ຢັ້ງຢືນຄືນໃໝ່ວ່າ ມາດຕະການທາງດ້ານການເມືອງ, ສັນຕິພາບ ແລະ ປະຊາທິປະໄຕ ແມ່ນ ມາດຕະການໜຶ່ງດຽວ ໃຫ້ແກ່ສະພາບການຢູ່ ເວເນຊູເອລາ ໃນປັດຈຸບັນ; ພ້ອມທັງກ່າວປະນາມການໃຊ້ຄວາມຮຸນແຮງ ທຸກຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ