ທ່ານປະທານາທິບໍດີອາເມລິກາ ຈະໄປຢ້ຽມຢາມ ເຂດປອດການທະຫານ JSA

ທ່ານປະທານາທິບໍດີອາເມລິກາ ຈະໄປຢ້ຽມຢາມ ເຂດປອດການທະຫານ JSA - ảnh 1
( ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama )

( vovworld ) – ​ກ່າວ​ຄຳ​​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 21/3, ຜູ້​ຊ່ວຍ​ວຽກທີ່​ປຶກສາດ້ານຄວາມ​ສະຫງົບປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Ben Rhodes ​ໃຫ້​ຮູ້​ວ່າ, ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ສະຫງົບປອດ​ໄພ​ດ້ານນິວ​ເຄຼີຍສາກົນ​ເຊິ່ງຈະດຳ​ເນີນ​ໃນ​ທ້າຍ​ເດືອນ 3 ນີ້​ຢູ່​ ສ.​ເກົາຫຼີ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ໄປ​ຢ້ຽມຢາມ​ເຂດ​ປອດ​ການ​ທະຫານລະ​ຫວ່າງ​ສອງ​ພາກເກົາຫຼີ ( JSA ). ທ່ານ Ben Rhodes ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ​ທີ່​ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີອາ​ເມ​ລິ​ກາ ຈະ​ພົບ​ປະ​ກັບ​ພົນທະ​ຫານ​ອາ​ເມ​ລິ​ກາ ທີ່ຕັ້ງ​ທັບ​ຢູ່ ສ.​ເກົາຫຼີ, ພ້ອມ​ທັງ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ ​ໃນ​ບັນຫາ​ຮັບປະກັນ​ຄວາມ​ສະ​ຫງົບປອດ​ໄພ​ໃຫ້​ແກ່​ສ.​ເກົາຫຼີ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ ພັນ​ທະ​ມິດ​ລະຫວ່າງ​ອາ​ເມ​ລິ​ກາ - ສ.​ເກົາຫຼີ. ຜູ້​ຊ່ວຍ​ວຽກທີ່​ປຶກສາ​ດ້ານຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Ben Rhodes ຍັງ​ໃຫ້​ຮູ້​ວ່າ, ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼີຍທີ່​ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ປະທານາ​ທິບໍດີ​ລັດ​ເຊຍ Dmitry Medvedev, ​ໃນ​ນັ້ນ​ສອງ​ຝ່າຍ​ອາດ​ຈະ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ກໍ​ຄື​ແຜນການ​ຍິງ​ດາວ​ທຽມ​ຂອງ​ສປປ.​ເກົາຫຼີ.

ຂ່າວ/ບົດ​ອື່ນ