ທ່ານປະທານາທິບໍດີອາເມລິກາ ປະກາດແຜນການໃໝ່ສະກັດກັ້ນໂລກລະບາດ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Joe Biden ມີບົດກ່າວປາໄສກ່ຽວກັບແຜນການທີ່ລວມມີ 6 ປາຍແຫຼມ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19
ທ່ານປະທານາທິບໍດີອາເມລິກາ ປະກາດແຜນການໃໝ່ສະກັດກັ້ນໂລກລະບາດ - ảnh 1ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບ: AFP/TTXVN)

ວັນທີ 09 ກັນຍາ, ທ່ານປະທານາທິບໍດີອາເມລິກາ Joe Biden ມີບົດກ່າວປາໄສກ່ຽວກັບແຜນການທີ່ລວມມີ 6 ປາຍແຫຼມ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ແລະ ຊຸກຍູ້ໂຄງການສັກວັກຊິນໃນຂອບເຂດທົ່ວປະເທດ. ບົດກ່າວປາໄສໄດ້ຍົກອອກມາ ໃນສະພາບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມລິກາ ພວມເພີ່ມຂຶ້ນຄືນໃໝ່, ພິເສດແມ່ນສະພາບຕິດແປດໃນບັນດາຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ແຜນການດັ່ງກ່າວຮຽກຮ້ອງໃຫ້ພາລະກອນສະຫະລັດທັງໝົດ ແລະ ບັນດານັກປະມູນຂອງລັດຖະບານຕ້ອງສັກວັກຊິນ, ຫຼື ຕ້ອງວິໄຈໂຄວິດ-19 ເປັນປະຈຳ ກໍຄືບັງຄັບໃຊ້ຜ້າອັດປາກ-ອັດດັງຢູ່ບ່ອນເຮັດວຽກ.

ກ່ອນໜ້ານັ້ນ, ທ່ານເລຂາສື່ມວນຊົນຂອງທຳນຽບຂາວ Jen Psaki ຢືນຢັນວ່າ ແຜນການດັ່ງກ່າວເພື່ອແນໃສ່ຊຸກຍູ້ໃຫ້ປະຊາຊົນສັກວັກຊິນ, ປົກປ້ອງບັນດາຜູ້ໄດ້ສັກວັກຊິນແລ້ວ ແລະ ຊ່ວຍໃຫ້ທາງໂຮງຮຽນຮັກສາການເປີດປະຕູ, ກໍຄືປົກປ້ອງພື້ນຖານເສດຖະກິດພວມຢູ່ໃນທ່າຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ