ທ່ານຜູ້​ຟັງ​ທີ່​ຄວ້າ​ໄດ້​ລາງວັນ​ໃນ​ການ​ເສັງຊອກ​ຮູ້ “ເພື່ອນ​ຮູ້​ຫຍັງແດ່​ກ່ຽວ​ກັບ​ປະ​ເທດ​ ຫວຽດ​ນາມ” ແມ່ນ​ທູດ​ຂອງ​ບັນ​ດາ​ຜູ້​ຟັງ​ທີ່​ສະ​ໜິດ​ສະ​ໜົມ​ຕິດ​ພັນ​ກັບ VOV

(VOVWORLD) - ຕອນເຊົ້າວັນທີ 27 ທັນວາ, ຢູ່ສຳນັກງານຂອງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີມອບລາງວັນການເສັງຊອກຮູ້ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດ ຫວຽດນາມ” ປີ 2020. 
ທ່ານຜູ້​ຟັງ​ທີ່​ຄວ້າ​ໄດ້​ລາງວັນ​ໃນ​ການ​ເສັງຊອກ​ຮູ້ “ເພື່ອນ​ຮູ້​ຫຍັງແດ່​ກ່ຽວ​ກັບ​ປະ​ເທດ​ ຫວຽດ​ນາມ” ແມ່ນ​ທູດ​ຂອງ​ບັນ​ດາ​ຜູ້​ຟັງ​ທີ່​ສະ​ໜິດ​ສະ​ໜົມ​ຕິດ​ພັນ​ກັບ VOV - ảnh 1ພິທີມອບລາງວັນ

ການເສັງດັ່ງກ່າວໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນແຕ່ປີ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 75 ປີ (07/09/1945 – 07/09/2020). ແຕ່ວ່າ ຍ້ອນໂຄວິດ - 19 ໄດ້ແຜ່ລະບາດໃນທົ່ວໂລກ, ດັ່ງນັ້ນ ຈຶ່ງເລື່ອນເວລາຈັດພິທີມອບລາງວັນມາຮອດມື້ນີ້. ທີ່ພິທີ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມອບ 01 ລາງວັນທີ 2 ໃຫ້ທ່ານຜູ້ຟັງມາຈາກ ອິນໂດເນເຊຍ, 01 ລາງວັນທີ 3 ໃຫ້ທ່ານຜູ້ຟັງ ອິນໂດເນເຊຍ. ຍ້ອນຄາວຽກສ່ວນຕົວ, ສະນັ້ນ, ພິທີມອບລາງວັນທີ 1 ໃຫ້ແກ່ທ່ານ Johny Antonio Ramirez Lopez, ຊາວ ເປຣູ ຄາດວ່າຈະຈັດຂຶ້ນໃນປີ 2023.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ໄດ້ຕີລາຄາສູງ ແລະ ຖືເປັນສຳຄັນການຮ່ວມເດີນທາງຂອງຜູ້ຟັງທັງແມ່ນຊາວຕ່າງປະເທດຕໍ່ປະຫວັດການພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ VOV5 ເວົ້າສະເພາະ.

ທ່ານຜູ້​ຟັງ​ທີ່​ຄວ້າ​ໄດ້​ລາງວັນ​ໃນ​ການ​ເສັງຊອກ​ຮູ້ “ເພື່ອນ​ຮູ້​ຫຍັງແດ່​ກ່ຽວ​ກັບ​ປະ​ເທດ​ ຫວຽດ​ນາມ” ແມ່ນ​ທູດ​ຂອງ​ບັນ​ດາ​ຜູ້​ຟັງ​ທີ່​ສະ​ໜິດ​ສະ​ໜົມ​ຕິດ​ພັນ​ກັບ VOV - ảnh 2ທ່ານ Rabi Sankar Bosu ຜູ້ຟັງຊາວ ອິນເດຍ

ໂດຍສະແດງຄວາມດີອົກດີໃຈ ແລະ ເປັນກຽດທີ່ໄດ້ຮັບລາງວັນໃນການເສັງດັ່ງກ່າວ, ທ່ານ Rabi Sankar Bosu ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມເປັນກຽດ ແລະ ຮູ້ສຶກຕື້ນຕັນໃຈຫຼາຍ ຍ້ອນວ່າ ພາຍຫຼັງຟັງວິທະຍຸມາເປັນໄລຍະຍາວ, ສຸດທ້າຍຂ້າພະເຈົ້າກໍໄດ້ມາຢາມປະເທດ ຫວຽດນາມ. ພາຍຫຼັງກັບໄປ ອິນເດຍ, ຂ້າພະເຈົ້າຂໍໝັ້ນໝາຍວ່າ ຈະຈັດບັ້ນເຄື່ອນໄຫວແນະນຳໃຫ້ໝູ່ເພື່ອນໄດ້ຮູ້ຈັກກ່ຽວກັບ VOV ຕື່ມອີກ”.

        ພາຍຫຼັງພິທີ, ບັນດາຜູ້ຟັງທີ່ຄວ້າໄດ້ລາງວັນຈະໄດ້ໄປທ່ອງທ່ຽວຢູ່ ອ່າວຮະລອງ (ແຂວງ ກວ໋າງນິງ), ກຸ່ມທັດຊະນີຍະພາບ ບາຍດິງ - ຈ່າງອານ (ແຂວງນິງບິ່ງ) ພ້ອມກັບສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢູ່ນະຄອນຫຼວງຮ່າໂນ້ຍອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ