ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ຈະລົງກວດ​ກາ​ໂຮງ​ງານ​ ໄຟ​ຟ້າ​ນິວ​ເຄຼຍ Zaporizhzia

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໃຫ້ຮູ້ວ່າ ທ່ານພວມກະກຽມເດີນທາງໄປປະຕິບັດງານຢູ່ລັດເຊຍ ແລະ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບການຮັບປະກັນຄວາມປອດໄພໃຫ້ແກ່ໂຮງງານໄຟຟ້າ Zaporizhzia.
ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA ຈະລົງກວດ​ກາ​ໂຮງ​ງານ​ ໄຟ​ຟ້າ​ນິວ​ເຄຼຍ Zaporizhzia - ảnh 1ໂຮງງານ ໄຟຟ້ານິວເຄຼຍ Zaporizhzia (ພາບ: AFP/TTXVN)

ວັນທີ 20 ພະຈິກ, ເພື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ BFM (ຝລັ່ງ), ທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໃຫ້ຮູ້ວ່າ ທ່ານພວມກະກຽມເດີນທາງໄປປະຕິບັດງານຢູ່ລັດເຊຍ ແລະ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບການຮັບປະກັນຄວາມປອດໄພໃຫ້ແກ່ໂຮງງານໄຟຟ້າ Zaporizhzia.

ຕາມຜູ້ນຳ IAEA ແລ້ວ, ຖ້າສະພາບການສະດວກ, ບັນດານັກຊ່ຽວຊານຂອງອົງການນີ້ຈະລົງກວດກາໂຮງງານໄຟຟ້າ Zaporizhzia ໃນວັນທີ 21 ພະຈິກ ເພື່ອຕີລາຄາຜົນເສຍຫາຍພາຍຫຼັງບັນດາເຫດຍິງປືນໃຫຍ່ຄັ້ງຫຼ້າສຸດ. ທ່ານ Rafael Grossi ກໍ່ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳ ສ້າງຄວາມວິຕົກກັງວົນນີ້ໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ